ທ່ານ​ປະ​ທານ​​ປະ​ເທດ ຫວໍ​ວັນ​ເຖືອງ ພົບ​ປະ​ໂອ້​ລົມ​ຜູ້​ແທນກອງ​ທຶນ​ການ​ສຶກ​ສາ ວື່​ອາ​ຢິງ ແລະ ສະ​ໂມ​ສອນ ເພື່ອ​ໝູ່​ເກາະ ຮ​ວ່າງ​ຊາ, ເຈື່ອງ​ຊາ ທີ່​ຮັກ​ແພງ

(VOVWORLD) - ຈາກເປົ້າໝາຍໃນເບື້ອງຕົ້ນແມ່ນ ສ້າງກອງທຶນການສຶກສາໃຫ້ແກ່ນັກຮຽນບັນດາເຜົ່າສ່ວນໜ້ອຍ, ກອງທຶນ ໄດ້ຜັນຂະຫຍາຍປະຕິບັດຫຼາຍກິດຈະກຳ, ລາຍການ, ໂຄງການທີ່ມີຄວາມໝາຍ. 
ທ່ານ​ປະ​ທານ​​ປະ​ເທດ ຫວໍ​ວັນ​ເຖືອງ ພົບ​ປະ​ໂອ້​ລົມ​ຜູ້​ແທນກອງ​ທຶນ​ການ​ສຶກ​ສາ ວື່​ອາ​ຢິງ ແລະ ສະ​ໂມ​ສອນ ເພື່ອ​ໝູ່​ເກາະ ຮ​ວ່າງ​ຊາ, ເຈື່ອງ​ຊາ ທີ່​ຮັກ​ແພງ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ຕອນບ່າຍວັນທີ 26 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບຄະນະຜູ້ແທນກອງທຶນການສຶກສາ ວື່ອາຢິງ ແລະ ສະໂມສອນ ເພື່ອຮວ່າງຊາ, ເຈື່ອງຊາ ທີ່ຮັກແພງ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເນັ້ນໜັກວ່າ: ຈາກເປົ້າໝາຍໃນເບື້ອງຕົ້ນແມ່ນ ສ້າງກອງທຶນການສຶກສາໃຫ້ແກ່ນັກຮຽນບັນດາເຜົ່າສ່ວນໜ້ອຍ, ກອງທຶນ ໄດ້ຜັນຂະຫຍາຍປະຕິບັດຫຼາຍກິດຈະກຳ, ລາຍການ, ໂຄງການທີ່ມີຄວາມໝາຍ. ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຕ້ອງສືບຕໍ່ຮັກສາການເຄື່ອນໄຫວຂອງກອງທຶນການສຶກສາ ວື່ອາຢິງ, ສືບທອດມູນເຊື້ອອັນລ້ຳຄ່າ ເຊິ່ງກອງທຶນດັ່ງກ່າວໄດ້ສ້າງໄວ້; ໃຫ້ການໜູນຊ່ວຍນັກຮຽນບັນດາເຜົ່າສ່ວນໜ້ອຍຢ່າງບໍ່ຢຸດຢັ້ງ. ນີ້ກໍແມ່ນເນື້ອໃນເຊິ່ງ ຫວຽດນາມ ໄດ້ຮັບການຮັບຮູ້, ຕີລາຄາສູງຈາກຫຼາຍປະເທດໃນໂລກ; ສະແດງໃຫ້ເຫັນຢ່າງຈະແຈ້ງມູນເຊື້ອອັນດີງາມຂອງຊາດ ຫວຽດນາມ.

        ພາຍຫຼັງ 25 ປີແຫ່ງການສ້າງຕັ້ງ ແລະ ເຄື່ອນໄຫວ, ກອງທຶນການສຶກສາດັ່ງກ່າວ ໄດ້ມອບທຶນການສຶກສາໃຫ້ນັກຮຽນບັນດາເຜົ່າສ່ວນໜ້ອຍຫຼາຍຄົນທີ່ດີເດັ່ນໃນທົ່ວປະເທດ. ໃນຂະນະນັ້ນ, ສະໂມສອນເພື່ອໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາທີ່ຮັກແພງ ໄດ້ຜັນຂະຫຍາຍຫຼາຍກິດຈະກຳທີ່ແທດຈິງ, ເຊື່ອມຕໍ່ນ້ຳໃຈ, ຄວາມຮັກແພງລະຫວ່າງປະຊາຊົນໃນທົ່ວປະເທດ, ປະກອບເຫື່ອແຮງ, ສະຕິປັນຍາ… ເພື່ອສ້າງສາ, ປ້ອງກັນຮວ່າງຊາ ແລະ ເຈື່ອງຊາຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ