ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ, ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ Viettel

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕີລາຄາສູງບົດບາດຂອງ Viettel ໃນການປະກອບສ່ວນປະຕິບັດວຽກງານທົ່ວປວງຊົນນຳໃຊ້ໂທລະສັບມືຖື  ແລະ ສະໜອງອິນເຕີເນັດ; ປະກອບສ່ວນສ້າງພື້ນຖານອຸດສາຫະກຳເອເລັກໂຕນິກຂອງ ຫວຽດນາມ, ເປັນເຈົ້າຂອງໃນຂົງເຂດ 5G ແລະ ພວມມຸ່ງໄປເຖິງອິນເຕີເນັດ 6G… Viettel ກາຍເປັນເຄື່ອງໝາຍການຄ້າໂທລະຄົມທີ່ມີມູນຄ່າສູງສຸດຂອງ ຫວຽດນາມ ແລະ ອັນດັບໜຶ່ງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອັນດັບທີ 9 ໃນ ອາຊີ. 
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ, ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ Viettel - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມກອງທັບ (Viettel) (ພາບ:VOV)

ຕອນເຊົ້າວັນທີ 1 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມກອງທັບ (Viettel). ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ຮັບຟັງການແນະນຳກ່ຽວກັບບັນດາຜະລິດຕະພັນອຸດສາຫະກຳເຕັກໂນໂລຢີສູງຂອງ Viettel ຢູ່ເຂດເຕັກໂນໂລຢີສູງ ຮວ່າລາກ ແລະ ເຮັດວຽກຢູ່ສຳນັກງານຂອງກຸ່ມບໍລິສັດ.

        ທີ່ການເຮັດວຽກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕີລາຄາສູງບົດບາດຂອງ Viettel ໃນການປະກອບສ່ວນປະຕິບັດວຽກງານທົ່ວປວງຊົນນຳໃຊ້ໂທລະສັບມືຖື  ແລະ ສະໜອງອິນເຕີເນັດ; ປະກອບສ່ວນສ້າງພື້ນຖານອຸດສາຫະກຳເອເລັກໂຕນິກຂອງ ຫວຽດນາມ, ເປັນເຈົ້າຂອງໃນຂົງເຂດ 5G ແລະ ພວມມຸ່ງໄປເຖິງອິນເຕີເນັດ 6G… Viettel ກາຍເປັນເຄື່ອງໝາຍການຄ້າໂທລະຄົມທີ່ມີມູນຄ່າສູງສຸດຂອງ ຫວຽດນາມ ແລະ ອັນດັບໜຶ່ງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອັນດັບທີ 9 ໃນ ອາຊີ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະເໜີວ່າ:

        “ຕ້ອງຮັກສາບົດບາດເປັນກຸ່ມບໍລິສັດເສດຖະກິດຫຼັກແຫຼ່ງແຖວໜ້າຂອງປະເທດຊາດ. Viettel  ຕ້ອງກາຍເປັນຮູບແບບຕົວແບບຂອງລັດວິສາຫະກິດ. ພວກເຮົາຕ້ອງກຽມພ້ອມຮັບ ແລະ ປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ດີທີ່ສຸດ. ສຳລັບສະເພາະກຸ່ມບໍລິສັດ Viettel ແລ້ວ, ການເຮັດເສດຖະກິດຕ້ອງຕິດພັນກັບການເຄື່ອນໄຫວພົວພັນຕ່າງປະເທດຂອງປະເທດຊາດ. ທີສອງແມ່ນ, Viettel ຍັງຕ້ອງຮັກສາບົດບາດແກ່ນສານໃນການສ້າງເຂດອຸດສາຫະກຳປ້ອງກັນຊາດທີ່ໝູນໃຊ້ເຕັກໂນໂລຢີສູງ ອີກດ້ວຍ”

ຕອບກັບ

ຂ່າວ/ບົດ​ອື່ນ