ທ່ານປະທານປະເທດ ຫວໍວັນເຖືອງ ສິ້ນສຸດການເຂົ້າຮ່ວມ APEC 2023 ແລະ ການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ຢ່າງຈົບງາມ

(VOVWORLD) - ໃນໄລຍະ 4 ວັນເຄື່ອນໄຫວຢູ່ ອາເມລິກາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ມີທັງໝົດເກືອບ 25 ກິດຈະກໍາຢ່າງລຽນຕິດ. ເດີນທາງຮ່ວມກັບທ່ານປະທານປະເທດໃນຄັ້ງນີ້, ການນໍາບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ກໍໄດ້ພົບປະ, ເຮັດວຽກສອງຝ່າຍ ດ້ວຍຈໍານວນຫຼາຍ ເນື່ອງໃນໂອກາດນີ້.
ທ່ານປະທານປະເທດ ຫວໍວັນເຖືອງ ສິ້ນສຸດການເຂົ້າຮ່ວມ APEC 2023 ແລະ ການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ຢ່າງຈົບງາມ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ເດີນທາງກັບເມືອປະເທດ (ພາບ:TTXVN) 

ຕອນເຊົ້າວັນທີ 19 ພະຈິກ ຕາມເວລາ ທ້ອງຖິ່ນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຫວຽດນາມ, ສິ້ນສຸດການເຂົ້າຮ່ວມສັບປະດາ ສຸດຍອດ ເວທີປາໄສການຮ່ວມມືດ້ານເສດຖິດ ອາຊີ - ປາຊີຟິກ (APEC) 2023 ແລະ ການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ຕາມຄໍາເຊີນຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ຢ່າງຈົບງາມ.

ໃນໄລຍະ 4 ວັນເຄື່ອນໄຫວຢູ່ ອາເມລິກາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ມີທັງໝົດເກືອບ 25 ກິດຈະກໍາຢ່າງລຽນຕິດ. ເດີນທາງຮ່ວມກັບທ່ານປະທານປະເທດໃນຄັ້ງນີ້, ການນໍາບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ກໍໄດ້ພົບປະ, ເຮັດວຽກສອງຝ່າຍ ດ້ວຍຈໍານວນຫຼາຍ ເນື່ອງໃນໂອກາດນີ້.

ຢູ່ວາລະປະຊຸມສໍາຄັນຕ່າງໆ ຂອງສັບປະດາສຸດຍອດ APEC, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຍົກອອກບັນດາສິ່ງທ້າທາຍ, ກາລະໂອກາດ ແລະ ນັບທັງຂໍ້ຂັດແຍ້ງທາງດ້ານເສດຖະກິດຂອງໂລກໃນປັດຈຸບັນ, ພ້ອມທັງສະເໜີຫຼາຍມາດຕະການເພື່ອແກ້ໄຂ. ຢູ່ນອກເຫດການຕ່າງໆຂອງ APEC, ທ່ານປະທານປະເທດ ໄດ້ພົບປະກັບການນໍາບັນດາປະເທດ ເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ກັບບັນດາປະເທດ ກໍຄືຊຸກຍູ້ການຮ່ວມມືໃນ APEC.

ຕອບກັບ

ຂ່າວ/ບົດ​ອື່ນ