ທ່ານປະທານປະເທດ ຫວໍວັນເຖືອງ ອວຍພອນບຸນເຕັດປະຊາຊົນ ແລະ ທະຫານຊາຍແດນຢູ່ແຂວງ ເງະອານ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນເມືອງ ແທັງເຈືອງ, ແຂວງ ເງະອານ
ທ່ານປະທານປະເທດ ຫວໍວັນເຖືອງ ອວຍພອນບຸນເຕັດປະຊາຊົນ ແລະ ທະຫານຊາຍແດນຢູ່ແຂວງ ເງະອານ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄປຢ້ຽມຢາມ, ອວຍພອນບຸນເຕັດພໍ່ແມ່ປະຊາຊົນຢູ່ແຂວງ ແຂວງ ເງະອານ
(ພາບ: TTXVN)

  ຕອນເຊົ້າວັນທີ 17 ມັງກອນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນເມືອງ ແທັງເຈືອງ, ແຂວງ ເງະອານ ແລະ ທະຫານຊາຍແດນຢູ່ປ້ອມປ້ອງກັນຊາຍແດນດ່ານຊາຍແດນ ແທັງຖຸຍ.

    ໂດຍໄດ້ສົ່ງຄຳອວຍພອນບຸນເຕັດເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າເມືອງ ແທັງເຈືອງ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ, ເຖິງວ່າແມ່ນບໍລິເວນປະສົບກັບຄວາມຫຍຸ້ງຍາກ, ແຕ່ດ້ວຍຄວາມສາມັກຄີ, ຄວາມມານະພະຍາຍາມ, ເມືອງ ແທັງເຈືອງ ກໍ່ບັນລຸໄດ້ການຫັນປ່ຽນຢ່າງ ຕັ້ງໜ້າຫຼາຍຢ່າງທາງດ້ານເສດຖະກິດ- ສັງຄົມ, ໃນນັ້ນ, ອັດຕາຄອບຄົວທຸກຍາກຂອງເມືອງຍັງເຫຼືອພຽງ 3,4%, ຄອບຄົບໃກ້ຂັ້ນທຸກຍາກແມ່ນ 5,7%, ຕ່ຳກວ່າລະດັບສະເລ່ຍຂອງແຂວງ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ຜູ້ທຸກຍາກ, ກຳມະກອນ.

ທ່ານປະທານປະເທດ ຫວໍວັນເຖືອງ ອວຍພອນບຸນເຕັດປະຊາຊົນ ແລະ ທະຫານຊາຍແດນຢູ່ແຂວງ ເງະອານ - ảnh 2 ທ່ານປະທານປະເທດ ຫວໍວັນເຖືອງ ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ປ້ອມປ້ອງກັນດ່ານຊາຍແດນ ແທັງຖຸຍ
(ພາບ: TTXVN)

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ກໍ່ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ປ້ອມປ້ອງກັນດ່ານຊາຍແດນ ແທັງຖຸຍ, ທ່ານປະທານປະເທດ ໄດ້ຕີລາຄາສູງບັນດາພະນັກງານ, ນັກຮົບທີ່ມີຄວາມສາມັກຄີກັນ, ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ, ຮັກສາເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາກັບປະເທດ ສປປ.ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ