ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ

(VOVWORLD) - ນ ພ້ອມແລ້ວທີ່ຈະເປີດກວ້າງການນຳເຂົ້າສິນຄ້າຂອງ ຫວຽດນາມ, ລວມທັງຜະລິດຕະພັນກະເສດ ແລະ ບັນດາປະເພດສິນຄ້າຜະລິດອຸດສາຫະກຳປະດິດແຕ່ງ.
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດ ຈີນ ສີຈີ້ນຜິງ (ພາບ:TTXVN)

ຕອນເຊົ້າວັນທີ 20 ຕຸລາ, ຢູ່ນະຄອນຫຼວງ ປັກກິ່ງ, ຈີນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສການຮ່ວມມືສາກົນ ໜຶ່ງແລວ, ໜຶ່ງເສັ້ນທາງ ຄັ້ງທີ 3, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດ ຈີນ ສີຈີ້ນຜິງ.

        ນະທີ່ນີ້, ການນຳສອງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນ ຫວຽດນາມ - ຈີນ ໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ. ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນລະຫວ່າງ ຫວຽດນາມ - ຈີນ ເປັນການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືແທດຈິງ ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດ; ຢັ້ງຢືນ ຈີນ ພ້ອມແລ້ວທີ່ຈະເປີດກວ້າງການນຳເຂົ້າສິນຄ້າຂອງ ຫວຽດນາມ, ລວມທັງຜະລິດຕະພັນກະເສດ ແລະ ບັນດາປະເພດສິນຄ້າຜະລິດອຸດສາຫະກຳປະດິດແຕ່ງ; ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ຂໍ້ລິເລີ່ມ ໜຶ່ງແລວ ແລະ ໜຶ່ງເສັ້ນທາງ ກັບຂອບເຂດ “ສອງແລວ, ໜຶ່ງເສັ້ນທາງ”, ສ້າງແຜນການຮ່ວມມືລະອຽດ, ປະສານສົມທົບກັບບັນດາໜ້າທີ່ປະຕິຮູບພັດທະນາຈຸດສຸມຂອງແຕ່ລະຝ່າຍ, ຊຸກຍູ້ບັນດາຂົງເຂດຮ່ວມມືຍຸດທະສາດ.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ