ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ການ​ນຳ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ຄັ້ງ​ທີ 30

(VOVWORLD) -  ຕອນເຊົ້າວັນທີ 17 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ San Francisco, ລັດ California, ອາເມລິກາ ໄດ້ດຳເນີນກອງປະຊຸມການນຳບັນດາພື້ນຖານເສດຖະກິດ ເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 30. ເຂົ້າຮ່ວມກອງປະຊຸມ ມີການນຳຂັ້ນສູງ ແລະ ຫົວໜ້າຄະນະຜູ້ແທນຂອງ 21 ພື້ນຖານເສດຖະກິດສະມາຊິກ APEC; ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ການ​ນຳ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ຄັ້ງ​ທີ 30 - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມກັບບັນດາການນຳ APEC (ພາບ: TTXVN)

ດ້ວຍຫົວຂໍ້ “ເຊື່ອມຕໍ່ ແລະ ສ້າງບັນດາພື້ນຖານເສດຖະກິດກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ກອງປະຊຸມໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງລະບົບນິເວດດີຈີຕອນ ໂດຍບໍ່ຈຳແນກການປະພຶດສຳລັບວິສາຫະກິດ ແລະ ຜູ້ບໍລິໂພກ; ເຫັນດີເປັນເອກະພາບຍູ້ໄວການຜັນຂະຫຍາຍວິວັດທະນາການເສດຖະກິດ ອິນເຕີເນັດ/ເສດຖະກິດ ດີຈີຕອນ APEC; ຍູ້ແຮງໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງ ແລະ ກວມລວມ; ເຫັນດີຫຼຸດຜ່ອນ ແລະ ກ້າວໄປເຖິງການລົບລ້າງການໜູນຊ່ວຍເຊື້ອເພີງຟອກຊິວຢ່າງຊີ້ນເຊີງ, ຍູ້ແຮງການຫັນປ່ຽນພະລັງງານສະອາດ ແນໃສ່ປະຕິບັດເປົ້າໝາຍທົ່ວໂລກ ກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ມາເປັນ 0. ກອງປະຊຸມກໍໄດ້ຮັບຮອງເອົາບັນດາຫຼັກການໃຫຍກ່ຽວກັບການຫັນປ່ຽນພະລັງງານຍຸຕິທຳ ແລະ ຮັບປະກັນສະບຽງອາຫານໃນການຮ່ວມມື APEC, ຂອບເຂດ ແລະ ແຜນການເຄື່ອນໄຫວຫຼຸດຜ່ອນຄວາມສ່ຽງເກີດໄພທຳມະຊາດ; ເຫັນດີຍູ້ໄວການປະຕິບັດຮູບແບບເສດຖະກິດຊີວະສາດ - ສີຂຽວໝູນວຽນ; ສະຫຼັບສັບຊ້ອນເນື້ອໃນຍືນຍົງ ແລະ ກວມລວມເຂົ້າແຜນການເຄື່ອນໄຫວຂອງ APEC.

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ການ​ນຳ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ຄັ້ງ​ທີ 30 - ảnh 2ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:  TTXVN)

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, APEC ຕ້ອງຮັກສາ ແລະ ປັບປຸງຜົນງານສຳຄັນກ່ຽວກັບການຫັນເປັນເສລີ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ດ້ານການຄ້າ, ການລົງທຶນຢູ່ ອາຊີ - ປາຊີຟິກ ແລະ ທົ່ວໂລກ.

        ໃນພິທີອັດສັບປະດາສຸດຍອດ APEC ຄັ້ງທີ 30, ການນຳບັນດາປະເທດ ໄດ້ເຫັນດີຮັບຮອງເອົາຖະແຫຼງການ ປະຕູຄຳ “ສ້າງອະນາຄົດທີ່ຍືນຍົງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ທຸກໆຄົນ”. ສັບປະດາສຸດຍອດ APEC 2024 ຈະຈັດຂຶ້ນຢູ່ ເປຣູ ແລະ ປີ 2025 ແມ່ນຈັດຂຶ້ນຢູ່ ສ.ເກົາຫຼີ.

        ຕອນຄ່ຳຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກ San Francisco, ເດີນທາງກັບເມືອປະເທດ, ສິ້ນສຸດການເຂົ້າຮ່ວມສັບປະດາສຸດຍອດ APEC 2023 ແລະ ດຳເນີນການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ຢ່າງຈົບງາມ.

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ການ​ນຳ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ຄັ້ງ​ທີ 30 - ảnh 3ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພົບປະກັບທ່ານນາງປະທານາທິບໍດີ ເປຣູ Dina Ercilia Boluarter Zegarra  (ພາບ: VOV)

        ກ່ອນເດີນທາງກັບເມືອປະເທດ, ຕອນບ່າຍວັນທີ 17 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບທ່ານນາງປະທານາທິບໍດີ ເປຣູ Dina Ercilia Boluarter Zegarra ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese.

ຕອບກັບ

ຂ່າວ/ບົດ​ອື່ນ