ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມກອງປະຊຸມການເມືອງທົ່ວກອງທັບປີ 2023

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕີລາຄາສູງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໃນປີ 2023 ໄດ້ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ
ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມກອງປະຊຸມການເມືອງທົ່ວກອງທັບປີ 2023 - ảnh 1 (ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ)

        ຕອນເຊົ້າວັນທີ 29 ທັນວາ, ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມການເມືອງທົ່ວກອງທັບປີ 2023.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕີລາຄາສູງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໃນປີ 2023 ໄດ້ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງປະເທດຊາດ. ທ່ານປະທານປະເທດສະເໜີວ່າ, ໃນປີ 2024, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສືບຕໍ່ເປັນເຈົ້າການ, ມີໄຫວພິບ, ຍົກສູງກຳລັງຄວາມສາມາດໃນການຄົ້ນຄວ້າ, ຄາດຄະເນ, ໃຫ້ຄຳປຶກສາຕໍ່ພັກ, ລັດ ແກ້ໄຂບັນດາສະພາບການດ້ານການທະຫານ, ການປ້ອງກັນຊາດ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ. ພ້ອມກັນນັ້ນ, ສືບຕໍ່ສ້າງ, ປັບປຸງພື້ນຖານປ້ອງກັນຊາດທົ່ວປວງຊົນໃຫ້ໝັ້ນຂົງເຂັ້ມແຂງ. ທ່ານປະທານປະເທດກໍ່ຮຽກຮ້ອງໃຫ້ສຸມໃສ່ການຍົກສູງກຳລັງແຮງຕໍ່ສູ້ຂອງກອງທັບ, ຮັກຊາການກຽມພ້ອມສູ້ຮົບ, ຄຸ້ມຄອງເຂດນ່ານຟ້າ, ເຂດທະເລ, ເຂດຊາຍແດນພາຍໃນປະເທດຢ່າງແໜ້ນແຟ້ນ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນໄວຢ່າງໝັ້ນຄົງ, ບັນດາການເຄື່ອນໄຫວພັດທະນາເສດຖະກິດທະເລ; ສົມທົບກັນຮັກສາຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ