ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ພິ​ທີ​ມອບ​ນາມ​ມະ​ຍົດ ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ, ນັກ​ສິ​ລະ​ປິນ​ດີ​ເດັ່ນ​ຄັ້ງ​ທີ 10

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ ບັນດານັກສິລິປິນທີ່ ໄດ້ຮັບການເຊີດຊູນາມມະນົດດັັ່ງກ່າວ ໄດ້ສ້າງຫຼາຍຜົນງານທີ່ດີ, ເຮັດໃຫ້ການດຳລົງຊີວິດທາງດ້ານວັດທະນະທຳສິລະປະນັບມື້ນັບມີຫຼາຍສີສັນ.
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ພິ​ທີ​ມອບ​ນາມ​ມະ​ຍົດ ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ, ນັກ​ສິ​ລະ​ປິນ​ດີ​ເດັ່ນ​ຄັ້ງ​ທີ 10 - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນເຊົ້າວັນທີ 6 ມີນາ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ໄດ້ດຳເນີນພິທີມອບນາມມະຍົດນັກສິລະປິນປະຊາຊົນ, ນັກສິລະປິນດີເດັ່ນຄັ້ງທີ 10. ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມ, ກ່າວຄຳເຫັນ ແລະ ມອບນາມມະຍົດນັກສິລະປິນປະຊາຊົນໃຫ້ແກ່ບັນດານັກສິລະປິນ.

ໃນຄັ້ງນີ້ ມີນັກສິລະປີນ 389 ທ່ານ ໄດ້ຮັບການມອບບັນດານາມະຍົດ, ໃນນັ້ນ ມີນັກສິລະປິນປະຊາຊົນ 125 ທ່ານ ແລະ ນັກສິລະປິນດີເດັ່ນ 264 ທ່ານ. ນີ້ແມ່ນບັນດາຜູ້ເກັ່ງກ້າສາມາດ ດ້ານສິລະປະ, ມີການອຸທິດສ່ວນໃນການພັດທະນາວັດທະນະທຳສິລະປະຊົນຊາດ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ ບັນດານັກສິລິປິນທີ່ ໄດ້ຮັບການເຊີດຊູນາມມະນົດດັັ່ງກ່າວ ໄດ້ສ້າງຫຼາຍຜົນງານທີ່ດີ, ເຮັດໃຫ້ການດຳລົງຊີວິດທາງດ້ານວັດທະນະທຳສິລະປະນັບມື້ນັບມີຫຼາຍສີສັນ. ທ່ານປະທານປະເທດ ຢັ້ງຢືນວ່າ:

ບັນດານັກສິລະປິນ ປະຊາຊົນ, ນັກສິລະປິນດີເດັ່ນແມ່ນສິ່ງທີ່ລ້ຳຄ່າຂອງປະເທດຊາດ ຢ່າງແທ້ຈິງ, ເຖິງວ່າຢູ່ເກນອາຍຸໃດ, ຊົນເຜົ່າໃດກໍ່ລ້ວນແຕ່ ມີການປະກອບສ່ວນອັນລ້ຳຄ່າໃຫ້ແກ່ພື້ນຖານວັດທະນະທຳ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດອັນຍິ່ງໃຫຍ່ ແລະ ມີຄວາມໝາຍ ທາງດ້ານປະຫວັດສາດຂອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ