ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ VCCI

(VOVWORLD) - ຕອນເຊົ້າວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອ (27 ເມສາ 1963 – 27 ເມສາ 2023).

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ VCCI - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ  ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນທີ່ສຳຄັນຂອງ ປະຊາຄົມວິສາຫະກິດ, ນັກທຸລະກິດ ແລະ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຕໍ່ການພັດທະນາຂອງປະເທດຊາດ. ເພື່ອປະຕິບັດໄດ້ເປົ້າໝາຍຮອດປີ 2045 ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ທ່ານປະທານປະເທດເນັ້ນໜັກວ່າ

ກໍ່ສ້າງຖັນແຖວນັກທຸລະກິດເຕີບໃຫຍ່ເຂັ້ມແຂງກ່ຽວກັບຈຳນວນ, ຄຸນນະພາບ, ມີ ລະດັບຄວາມຮູ້ສູງ, ມີສະຕິພົນລະເມືອງ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ມີຈິດໃຈຊົນຊາດຢ່າງແຮງມີຄຸນທາດທີ່ໝັ້ນແກ່ນ, ມີຄວາມສາມາດໃນການເຊື່ອມໂຍງສູງ ແມ່ນບຸລິມະສິດຂອງ ພັກ, ລັດ. ຮັບປະກັນກຳມະສິດ ແລະ ສິດເສລີໃນການດຳເນີນທຸລະກິດຂອງນັກທຸລະກິດ ຕາມກົດໝາຍ. ຕ້ອງລົບລ້າງທຸກຮົ້ວກີດຂວາງ, ຄວາມຄິດຕາຍຕົວ, ສ້າງທຸກເງື່ອນໄຂສະດວກເພື່ອພັດທະນາເສດຖະກິດເອກະຊົນທັງຈຳນວນ ແລະ ຄຸນນະພາບ, ສົ່ງເສີມການສ້າງ, ພັດທະນາບັນດາກຸ່ມບໍລິສັດເສດຖະກິດເອກະຊົນໃຫຍ່, ມີຄວາມສາມາດບົ່ມຊ້ອນ, ການແກ້ງແຍ້ງໃນພາກພື້ນ ແລະ ສາກົນ, ສູ້ຊົນຮອດປີ 2030 ມີວິສາຫະກິດຢ່າງໜ້ອຍສຸດ 2 ລ້ານແຫ່ງດ້ວຍອັດຕາການປະກອບສ່ວນຂອງຂົງເຂດເສດຖະກິດເອກະຊົນເຂົ້າ GDP ບັນລຸແຕ່ 60 ຫາ 65%.

ຕອບກັບ

ຂ່າວ/ບົດ​ອື່ນ