ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ, ເປີດ​ນຳ​ໃຊ້ ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ສຳ​ຄັນ​ຢູ່​ກົນ​ດາວ

(VOVWORLD) - ສູນສາທາລະນະສຸກ ທະຫານ - ປະຊາຊົນເມືອງກົນດາວ ແມ່ນແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການກວດປິ່ນປົວພະຍາດທີ່ ໃຫ້ແກ່ປະຊາຊົນ, ທະຫານ, ແຂກທ່ອງທ່ຽວ ນັບມື້ນັບສູງຂຶ້ນ.
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ, ເປີດ​ນຳ​ໃຊ້ ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ສຳ​ຄັນ​ຢູ່​ກົນ​ດາວ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສູນສາທາລະນະສຸກ ທະຫານ - ປະຊາຊົນເມືອງກົນດາວ (ພາບ: TTXVN)

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ເມືອງກົນດາວ, ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງກິດຈະກຳສູນສາທາລະນະສູກທະຫານ - ປະຊາຊົນ ເມືອງກົນດາວ ແລະ ຈັດພິທີເປີດນຳໃຊ້ທ່າກຳປັ່ນ ກົນດາວໂດຍມີການເຂົ້າຮ່ວມຂອງທ່ານປະທານປະເທດ ຫວໍວັນເຖືອງ, ທ່ານ ຫງວຽນມິງຈຽດ ອະດີດປະທານປະເທດ.

ສູນສາທາລະນະສຸກ ທະຫານ - ປະຊາຊົນເມືອງກົນດາວ ແມ່ນແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການກວດປິ່ນປົວພະຍາດທີ່ ໃຫ້ແກ່ປະຊາຊົນ, ທະຫານ, ແຂກທ່ອງທ່ຽວ ນັບມື້ນັບສູງຂຶ້ນ ຜ່ານນັ້ນກໍ່ປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ. ໂຄງການມີຍອດເງິນລົງທຶນກ່ວາ 1 ລ້ານ USD ດ້ວຍຂອບຂະໜາດ 60 ຕຽງນອນ, ມີເຕັກໂນໂລຢີທັນສະໄໝ, ສະໜອງການບໍລິການສາທາລະນະສຸກທີ່ມີຄຸນນະພາບສູງ.

ໃນຂະນະນັ້ນ, ທ່າກຳປັ່ນ ກົນດາວ ແມ່ນໂຄງການທີ່ມີຄວາມໝາຍສຳຄັນໃນການປະກອບສ່ວນ ເຂົ້າໃນການພັດທະນາການບໍລິການໃນການເດີນເຮືອ, ຂົນສົ່ງຜູ້ໂດຍສານ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ພິເສດແມ່ນປະກອບສ່ວນເຂົ້າໃນການສ້າງ ກົນດາວ ກາຍເປັນເຂດທ່ອງທ່ຽວນິເວດທະເລໝູ່ເກາະ ແລະ ວັດທະນະທຳ - ປະຫວັດສາດ - ສັກກະລະບູຊາທີ່ມີຄຸນນະພາບສູງ, ພົ້ນເດັ່ນ, ຢູ່ໃນລະດັບພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ