ທ່ານປະທານປະເທດ ຫວໍວັນເຖືອງ ເດີນທາງໄປເຂົ້າຮ່ວມສັບປະດາສຸດຍອດ APEC ແລະ ສົມທົບກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ

(VOVWORLD) -  ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໄດ້ມີການພັດທະນາຢ່າງແຮງໃນໄລຍະຜ່ານມາ, ດ້ວຍຂີດໝາຍ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ທ່ານປະທານປະເທດ ຫວໍວັນເຖືອງ ເດີນທາງໄປເຂົ້າຮ່ວມສັບປະດາສຸດຍອດ APEC ແລະ ສົມທົບກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ
(ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຈາກທ່ານປະທານາທິບໍດີ ອາເມລິກາ Joe Biden, ວັນທີ 14 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງໄດ້ເດີນທາງໄປເຂົ້າຮ່ວມສັບປະດາສຸດຍອດເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2023 ແລະ ສົມທົມກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ.

ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໄດ້ມີການພັດທະນາຢ່າງແຮງໃນໄລຍະຜ່ານມາ, ດ້ວຍຂີດໝາຍ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນເດືອນ ກັນຍາ ຜ່ານມາ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ. 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຫຼາຍສະບັບກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ - ບຳລຸງສ້າງ ມະນຸດສະທຳ, ໃນນັ້ນມີການຮ່ວມມືດ້ານການຄ້າດ້ວຍມູນຄ່າກວ່າ 10 ຕື້ USD.

ການເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມສັບປະສຸດຍອດ APEC 2023 ແລະ ບັນດາການເຄື່ອນໄຫວຢູ່ ອາເມລິກາ, ແຕ່ວັນທີ 14 -17 ພະຈິກ, ຂອງທ່ານປະທານປະເທດ ຫວໍວັນເຖືອງ ແມ່ນມີຄວາມໝາຍສຳຄັນຍິ່ງ, ນັບທັງບັນດາການເຄື່ອນໄຫວຫຼາຍຝ່າຍ ແລະ 2 ຝ່າຍ, ປະກອບສ່ວນສືບຕໍ່ຮັກສາ ແລະ ປັບປຸງການພົວພັນຕ່າງປະເທດ ເພືຶ່ອສັນຕິພາບ, ສະຖຽນລະພາບ, ສ້າງຄວາມສະດວກໃຫ້ແກ່ການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ