ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ APEC ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ

(VOVWORLD) - ຕອນບ່າຍວັນທີ 15 ພະຈິກ ຕາມເວລາທ້ອງຖິ່ນ, ກົງກັບຮຸ່ງເຊົ້າວັນທີ 16 ພະຈິກ, ຕາມເວລາ ຫວຽດນາມ ຢູ່ນະຄອນ San Francisco, ອາເມລິກາ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ວິສາຫະກິດເວທີປາໄສການຮ່ວມມື ເສດຖະກິດ ອາຊີ - ປາຊີຟິກ (APEC), ດ້ວຍຫົວຂໍ້: ພັດທະນາແບບຍືນຍົງ ແລະ ກວມລວມ.
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ APEC ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ຊຸກຍູ້ການຮ່ວມມືສາກົນ ກ່ຽວກັບຄວາມໝັ້ນຄົງດ້ານເສດຖະກິດ, ພິເສດແມ່ນຍົກສູງກຳລັງຕ້ານທານຂອງບັນດາພື້ນຖານເສດຖະກິດສະມາຊິກ ແລະ ບັນດາວິສາຫະກິດໃນພາກພື້ນ ຕໍ່ໜ້າວິກິດການຕ່າງໆໃນອະນາຄົດ; ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດ ຮ່ວມເດີນທາງພ້ອມກັບລັດ ໃນການປະຕິບັດຄຳໝັ້ນສັນຍາກ່ຽວກັບການກັບການພັດທະນາແບບຍືນຍົງ, ປະຕິບັດຕາມບັນດາເປົ້າໝາຍໄລຍະຍາວ ກ່ຽວກັບດ້ານເສດຖະກິດ, ສະພາບແວດລ້ອມ ແລະ ສັງຄົມ; ເພີ່ມທະວີການຮ່ວມມືເຂົ້າໃນຂົງເຂດວິທະຍາສາດ - ເຕັກໂນໂລຢີ, ການລົງທຶນເຂົ້າໃນຊັບພະຍາກອນມະນຸດ, ການລົງທຶນກໍ່ສ້າງບັນດາປະຊາຄົມກວມລວມ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ທ່ານປະທານປະເທດ ຖືວ່າ:

        “ຟື້ນຟູ ແລະ ປັບປຸງຄວາມເຊື່ອໝັ້ນຕໍ່ການຄ້າ ແລະ ການລົງທຶນເສລີ. ປະຫວັດສາດດ້ານການຄ້າສາກົນ ມີຍາມຂຶ້ນຍາມລົງ, ແຕ່ການຄ້າໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາ ແລະ ຄວາມວັດທະນາຖາວອນຂອງບັນດາປະເທດ. ແຕ່ວ່າ, ນັບແຕ່ປີ 2019 ມາຮອດປັດຈຸບັນ, ໄດ້ປະສົບກັບຮົ້ວກີດຂວາງດ້ານການຄ້າກວ່າ 3.000 ຢ່າງ, ເຊິ່ງພວມເຮັດໃຫ້ພື້ນຖານເສດຖະກິດໂລກຂາດຄວາມໝັ້ນແກ່ນ ແລະ ມີຄວາມສ່ຽງຫຼຸດຜ່ອນລະດັບການເຕີບໂຕຂອງເສດຖະກິດທົ່ວໂລກລົງ. ຍິ່ງກວ່າເວລາໃດໝົດ, APEC ຕ້ອງຢັ້ງຢືນຄືນຄຳໝັ້ນສັນຍາຮັກສາການເປີດປະຕູຕະຫຼາດ, ຍູ້ແຮງການຮ່ວມສຳພັນເສດຖະກິດສາກົນ, ສະໜັບສະໜູນພື້ນຖານເສດຖະກິດໂລກເປີດກວ້າງ, ກວມລວມ ແລະ ຍືນຍົງ. ຮັບປະກັນຜົນປະໂຫຍດຈາກການຄ້າໃຫ້ຈັດແບ່ງຢ່າງທົ່ວເຖິງ ແລະ ຍຸຕິທຳໃນສັງຄົມ. ການຄ້າ ແລະ ການລົງທຶນເສລີ ຈະຊ່ວຍໃຫ້ບັນດາພື້ນຖານເສດຖະກິດ ອາຊີ - ປາຊີຟິກ ຍົກສູງກຳລັງແຮງແກ້ງແຍ້ງ, ສືບຕໍ່ເປັນການເລືອກເຟັ້ນແຖວໜ້າຂອງບັນດານັກລົງທຶນ.”

ຕອບກັບ

ຂ່າວ/ບົດ​ອື່ນ