ທ່ານປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ແລະ ພັນ​ລະ​ຍາ ຈະ​ໄປ​ຢ້ຽມ​ຢາມ ຍີ່​ປຸ່ນ ແຕ່​ວັນ​ທີ 27 – 30 ພະ​ຈິກ

(VOVWORLD) - “ຄາດວ່າ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖິງ ແລະ ພັນລະຍາ ຈະເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ແຕ່ວັນທີ 27  30 ພະຈິກ 2023 ຕາມຄຳເຊີນຂອງ ລັດ ຍີ່ປຸ່ນ. "
ທ່ານປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ແລະ ພັນ​ລະ​ຍາ ຈະ​ໄປ​ຢ້ຽມ​ຢາມ ຍີ່​ປຸ່ນ ແຕ່​ວັນ​ທີ 27 – 30 ພະ​ຈິກ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ (ພາບ: baochinhphu.vn)

ວັນທີ 15 ພະຈິກ, ເມື່ອໃຫ້ສຳພາດຕໍ່ນັກຂ່າວ ກ່ຽວກັບເລື່ອງ ຍີ່ປຸ່ນ ປະກາດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ຈະເດີນທາງໄປຢ້ຽມຢາມ ຍີ່ປຸ່ນ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ຄາດວ່າ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖິງ ແລະ ພັນລະຍາ ຈະເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ແຕ່ວັນທີ 27 30 ພະຈິກ 2023 ຕາມຄຳເຊີນຂອງ ລັດ ຍີ່ປຸ່ນ. ໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງແຮງ, ຮອບດ້ານ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ຄົບຮອບ 50 ປີ, ການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຈະປະກອບສ່ວນເຮັດໃຫ້ການພົວພັນ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງຂຶ້ນຕື່ມ ແລະ ພັດທະນາຂຶ້ນສູ່ລະດັບສູງໃໝ່, ແທດຈິງ, ມີປະສິດທິຜົນ ແລະ ຍາວນານໃນທຸກຂົງເຂດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ແຕ່ລະປະເທດ ກໍຄື ຢູ່ພາກພື້ນ ແລະ ໃນໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ