ທ່ານ​ປະ​ທານປະ​ເທດ ຫວໍ​ວັນ​ເຖືອງ ແລະ ພັນ​ລະ​ຍາ ເຂົ້າ​ຮ່ວມ​ລາຍ​ການ​ສະ​ແດງ​ສິ​ລະ​ປະພິ​ເສດ “ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ 2024”

(VOVWORLD) - ຕອນຄ່ຳວັນທີ 2 ກຸມພາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ໄດ້ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2024” ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນໂຮ່ຈີມິນ.
ທ່ານ​ປະ​ທານປະ​ເທດ ຫວໍ​ວັນ​ເຖືອງ ແລະ ພັນ​ລະ​ຍາ ເຂົ້າ​ຮ່ວມ​ລາຍ​ການ​ສະ​ແດງ​ສິ​ລະ​ປະພິ​ເສດ “ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ 2024” - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ  ກ່າວຄຳເຫັນທີ່ລາຍການ (ພາບ: VOV)

ກ່າວຄຳເຫັນ ຕໍ່ໜ້າຜູ້ຕາງໜ້າໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດນັບຮ້ອຍຄົນ ທີ່ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼາຍປະເທດ  ແລະ ເຂດແຄ້ວນໃນທົ່ວໂລກ . ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ຮູ້ວ່າ:

ໃນປີຜ່ານມາ, ຂ້າພະເຈົ້າໄດ້ມີໂອກາດໄປຢ້ຽມຢາມບາງປະເທດ, ພົບປະກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ໃນໄລຍະໃກ້ຈະຮອດບຸນເຕັດປະຈຳຊາດ, ໄດ້ຮັບຟັງການແບ່ງປັນຂອງພໍ່ແມ່ປະຊາຊົນ, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ, ໄດ້ຄວາມຄາດຫວັງ ແລະ ຈິດໃຈບືນຕົວຂຶ້ນ, ຄວາມປາດຖະໜາກຮ່ວມແຮງຮ່ວມໃຈປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ.

ທ່ານປະທານປະເທດ ຕີລາຄາສູງການປະກອບສ່ວນທີ່ໃຫຍ່ຫຼວງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດຫຼາຍລຸ້ນຄົນໃນຫຼາຍປີຜ່ານມຮ ໃຫ້ແກ່ການປົດປ່ອຍຊົນຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພັດທະນາຄືໃນປັດຈຸບັນ, ກໍ່ຄືການແຜ່ຂະຫຍາຍມູນຄ່າທາງດ້ານວັດທະນະທຳ, ຈັນຍາບັນກຳລັງຄວາມສາມາດຂອງຊາວຫວຽດນາມ ອອກສູ່ໂລກ, ທ່ານປະທານປະເທດ ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ມີຄວາມສາມັກຄີ, ເຊື່ອມຕໍ່ເປົ້າໝາຍຮ່ວມເດີນທາງກັບ ຊາດ, ຮ່ວມແຮງຮ່ວມໃຈສ້າງສາປະເທດຊາດຫວຽດນາມ ຮັ່ງມີເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ