ທ່ານ​ປະ​ທານ​ປະ​ເທດ ​ຫວໍ​ວັນ​ເຖືອງ ໃຫ້​ການ​ຕ້ອນ​ຮັບ​ທ່ານ John Kerry ທູດ​ພິ​ເສດ​ຂອງ ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາກຢາກຮ່ວມມືກັບ ອາເມລິກາ ໃນບັນດາຂົງເຂດນີ້, ເໝາະສົມກັບເງື່ອນໄຂເສດຖະກິດ - ສັງຄົມຂອງ ຫວຽດນາມ, ຕອບສະໜອງຜົນປະໂຫຍດ ແລະ ຄວາມສົນໃຈຂອງປະຊາຊົນສອງປະເທດ.
ທ່ານ​ປະ​ທານ​ປະ​ເທດ ​ຫວໍ​ວັນ​ເຖືອງ ໃຫ້​ການ​ຕ້ອນ​ຮັບ​ທ່ານ John Kerry ທູດ​ພິ​ເສດ​ຂອງ ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໃຫ້ການຕ້ອນຮັບທ່ານ John Kerry ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ (ພາບ: TTXVN)

ຕອນເຊົ້າວັນທີ 17 ພະຈິກ, ຕາມເວລາ ຮ່າໂນ້ຍ, ຢູ່ San Francisco, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານ John Kerry ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ  ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023. ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາກຢາກຮ່ວມມືກັບ ອາເມລິກາ ໃນບັນດາຂົງເຂດນີ້, ເໝາະສົມກັບເງື່ອນໄຂເສດຖະກິດ - ສັງຄົມຂອງ ຫວຽດນາມ, ຕອບສະໜອງຜົນປະໂຫຍດ ແລະ ຄວາມສົນໃຈຂອງປະຊາຊົນສອງປະເທດ.

ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ພວມສືບຕໍ່ຜັນຂະຫຍາຍບັນດາມາດຕະການສັງລວມ ແລະ ຂ້ຽວຂາດ ເພື່ອຊຸກຍູ້ການເຕີບໂຕສີຂຽວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ ມີການຮັບຮອງເອົາການວາງແຜນຜັງ ພັດທະນາໄຟຟ້າແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ຂອງ ຫວຽດນາມ ດ້ວຍຈຸດສຸມແມ່ນການຫັນປ່ຽນເຊື້ອເພີງຝອກຊິວ ໄປຍັງພະລັງງານທົດແທນ ແລະ ພະລັງງານໃໝ່, ມຸ່ງໄປເຖິງການປ່ອຍອາຍພິດລົງລະດັບ 0 ໃນປີ 2050.

ສ່ວນທ່ານ John Kerry ເນັ້ນໜັກວ່າ ອາເມລິກາ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນ ຫວຽດນາມ ສວມບົດບາດເປັນເຈົ້າການ ແລະ ແທດຈິງຢູ່ພາກພື້ນ. ທ່ານ John Kerry ຢັ້ງຢືນວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວບຄຸມມົນລະພິດ, ຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ, ໜູນຊ່ວຍການຂຸດຄົ້ນ…

ຕອບກັບ

ຂ່າວ/ບົດ​ອື່ນ