ທ່ານປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ສູງ ຍີ່​ປຸ່ນ

(VOVWORLD) - ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະເໜີໃຫ້ວ່າ ໃນໄລຍະຈະມາເຖິງ, ສອງປະເທດສືບຕໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ສອງປະເທດອາດຈະປຶກສາຫາລືເພື່ອຍົກລະດັບການພົວພັນຄູ່ຮ່ວມມືສອງຝ່າຍ.
ທ່ານປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ສູງ ຍີ່​ປຸ່ນ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບປະທານສະພາສູງ ຍີ່ປຸ່ນ

ຕອນບ່າຍວັນທີ 6 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາສູງ ຍີ່ປຸ່ນ Otsuji Hidehisa ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະເໜີໃຫ້ວ່າ ໃນໄລຍະຈະມາເຖິງ, ສອງປະເທດສືບຕໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ສອງປະເທດອາດຈະປຶກສາຫາລືເພື່ອຍົກລະດັບການພົວພັນຄູ່ຮ່ວມມືສອງຝ່າຍ, ສືບຕໍ່ຊຸກຍູ້ການຮ່ວມມືສອງປະເທດໃນຫຼາຍຂົງເຂດ. ເນັ້ນໜັກວ່າ ປີ 2023 ກໍ່ແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ອາຊຽນ - ຍີ່ປຸ່ນ ແລະ 15 ປີແຫ່ງວັນສ້າງຕັ້ງການພົວພັນ ຍີ່ປຸ່ນ ແມ່ນ້ຳຂອງ, ທ່ານປະທານປະເທດສະເໜີໃຫ້ຍີ່ປຸ່ນ ສືບຕໍ່ເພີ່ມທະວີ, ເສີມຂະຫຍາຍບົດບາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະການ ພັດທະນາໃນພາກພື້ນ ແລະ ໂລກ.

ສ່ວນທ່ານປະທານສະພາສູງ ຍີ່ປຸ່ນ ຫວັງວ່າ ໃນປີນີ້ຈະມີຫຼາຍຄະນະຜູ້ແທນຂັ້ນສູງສອງປະເທດໄປຢ້ຽມຢາມເຊິ່ງກັນແລະກັນ, ທ່ານປາດຖະໜາ ຈະໄດ້ຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ໃນໂອກາດທ່ານໄປຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ