ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບຜູ້ວ່າການແຂວງ Fukuoka ແລະ ການນຳບາງທ້ອງຖິ່ນຢູ່ເຂດ Kyushu

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ຜູ້ວ່າການແຂວງ Fukuoka ແລະ ການນຳບາງທ້ອງຖິ່ນເຂດ Kyushu, ມານະພະຍາຍາມຫັນບັນດາຂອບເຂດການຮ່ວມມືໃໝ່ທີ່ໂດຍຜ່ານການຊຸກຍູ້ບັນດາຄູ່ຮ່ວມມືຂັ້ນທ້ອງຖິ່ນລະຫວ່າງເຂດ Kyushu ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ
ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບຜູ້ວ່າການແຂວງ Fukuoka ແລະ ການນຳບາງທ້ອງຖິ່ນຢູ່ເຂດ Kyushu - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ:VOV)

ໃນເວລາຢ້ຽມຢາມແຂວງ Fukuoka, ປະເທດ ຍີ່ປຸ່ນ, ຕອນບ່າຍວັນທີ 29 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບຜູ້ວ່າການແຂວງ Fukuoka ແລະ ການນຳບາງທ້ອງຖິ່ນເຂດ Kyushu.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ຜູ້ວ່າການແຂວງ Fukuoka ແລະ ການນຳບາງທ້ອງຖິ່ນເຂດ Kyushu, ມານະພະຍາຍາມຫັນບັນດາຂອບເຂດການຮ່ວມມືໃໝ່ທີ່ໂດຍຜ່ານການຊຸກຍູ້ບັນດາຄູ່ຮ່ວມມືຂັ້ນທ້ອງຖິ່ນລະຫວ່າງເຂດ Kyushu ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ; ຊຸກຍູ້ການຮ່ວມມືກັບບັນດາແຂວງ, ຄື: ຫວິງລອງ, ບິ່ງທ້ວນ, ນະຄອນ ເກີນເທີ, ໂດຍຜ່ານການຍູ້ແຮງການເຄື່ອນໄຫວພົວພັນແລກປ່ຽນຄະນະທຸກຂັ້ນ, ຊຸກຍູ້ການຮ່ວມມືຂອງບັນດາວິສາຫະກິດເຂດ Kyushu ເຂົ້າ ຫວຽດນາມ, ພິເສດແມ່ນບັນດາຂົງເຂດທີ່ທ້ອງຖິ່ນມີທ່າແຮງ, ຄື: ປຸງແຕ່ງ, ປະດິດແຕ່ງ, ໝູນໃຊ້ກະສິກຳອັດສະລິຍະ, ບຳບັດນ້ຳເສຍ…

        ທ່ານ Hattori Seitaro, ຜູ້ວ່າການແຂວງ Fukuoka ແລະ ການນຳບາງທ້ອງຖິ່ນເຂດ Kyushu ຢັ້ງຢືນວ່າ: ເຂດ Kyushu ປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນ ຫວຽດນາມ; ຫວັງຢາກຮັບແຮງງານຄຸນນະພາບສູງ, ນັກເຝິກງານທີ່ມີທັກສະຂອງ ຫວຽດນາມ ມາເຮັດວຽກຢູ່ແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ