ທ່ານປະທານປະເທດ ຫວໍ້ວັນເຖືອງ ໄປຮອດ ໂຕກຽວ, ເລີ່ມຕົ້ນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

(VOVWORLD) -ນີ້ແມ່ນເຫດການການເມືອງສຳຄັນ, ແມ່ນໂອກາດເພື່ອໃຫ້ການນຳ 2 ປະເທດພ້ອມກັນແລກປ່ຽນ ແລະ ເປັນເອກະພາບກ່ຽວກັບບັນດາທິດທາງໃຫຍ່ ແລະ ມາດຕະການລະອຽດ
ທ່ານປະທານປະເທດ ຫວໍ້ວັນເຖືອງ ໄປຮອດ ໂຕກຽວ, ເລີ່ມຕົ້ນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ - ảnh 1(ທ່ານປະທານປະເທດ ຫວໍ້ວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Haneda)

ຕອນບ່າຍວັນທີ 26 ພະຈິກ, ທ່ານປະທານປະເທດ ຫວໍ້ວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Haneda, ໂຕກຽວ, ເລີ່ມຕົ້ນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ແຕ່ວັນທີ 27-30 ພະຈິກ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida ແລະ ພັນລະຍາ ຈະເປັນປະທານພິທີຕ້ອນຮັບ ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ແລະ ພັນລະຍາ ຢ່າງສົມກຽດ. ການນຳ 2 ທ່ານຈະນຳໜ້າຄະນະຜູ້ແທນຂັ້ນສູງ 2 ປະເທດດຳເນີນການເຈລະຈາ, ຕີລາຄາບັນດາຜົນງານທີ່ບັນລຸໄດ້ ໃນໄລຍະ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (1973 – 2023) ແລະ ວາງອອກບັນດາທິດທາງຮ່ວມມືຢ່າງແຮງກວ່າໃນໄລຍະຈະມາເຖິງ.
ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຮຽວ ແລ້ວ, ຫວຽດນາມ ຖືເປັນສຳຄັນການຢ້ຽມຢາມ ຍີ່ປຸ່ນ ຄັ້ງນີ້ຂອງທ່ານປະທານປະເທດ ຫວໍ້ວັນເຖືອງ. ນີ້ແມ່ນເຫດການການເມືອງສຳຄັນ, ແມ່ນໂອກາດເພື່ອໃຫ້ການນຳ 2 ປະເທດພ້ອມກັນແລກປ່ຽນ ແລະ ເປັນເອກະພາບກ່ຽວກັບບັນດາທິດທາງໃຫຍ່ ແລະ ມາດຕະການລະອຽດ, ແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກວ້າງຂວາງລະຫວ່າງ 2 ປະເທດໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງແຮງ, ຮອບດ້ານ, ແທດຈິງ, ບັນລຸປະສິດທິຜົນດີກວ່າເກົ່າ, ຕອບສະໜອງຄວາມປາດຖະໜາຂອງປະຊາຊົນ 2 ປະເທດ, ຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ

ຕອບກັບ

ຂ່າວ/ບົດ​ອື່ນ