ທ່ານປະທານປະເທດ ຫວຽດນາມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ການາດາ

(VOVWORLD) - ການພົວພັນຮ່ວມມື 2 ປະເທດ ຈະນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທ້ຈິງ.
ທ່ານປະທານປະເທດ ຫວຽດນາມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ການາດາ - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau 

ຕອນຄ່ຳວັນທີ 08 ພະຈິກ, ທີ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຢູ່ ດ່າໜັງ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຊື່ອໝັ້ນວ່າ ດ້ວຍການຜັນຂະຫຍາຍບັນດາເນື້ອໃນຈຸດສຸມ ແລະ ທິດທາງພັດທະນາ ເຊິ່ງໄດ້ຮັບການກຳນົດໃນຂອບເຂດຄູ່ຮ່ວມມືຮອບດ້ານ, ການພົວພັນຮ່ວມມື 2 ປະເທດ ຈະນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທ້ຈິງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ປີ 2018 ຈະແມ່ນປີ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ນີ້ແມ່ນໂອກາດທີ່ເໝາະສົມ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ຢືນຢັນລະດັບສູງໃໝ່ ໃນການພົວພັນ 2 ຝ່າຍ ຫວຽດນາມ - ການາດາ.
ທ່ານປະທານປະເທດ ຫວຽດນາມ ຕີລາຄາສູງການສະໜັບສະໜູນ ແລະ ສົມທົບກັນຂອງ ການາດາ ກັບ ຫວຽດນາມ ໃນການຈັດຕັ້ງປີ APEC 2017 ສຳເລັດຜົນ. ທ່ານປະທານປະເທດ ຖືວ່າ: ໃນສະພາບການໂລກ, ພາກພື້ນພວມສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, APEC ຄວນສືບຕໍ່ຮັກສາທ່າຮ່ວມສຳພັນໃນພາກພື້ນ, ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ.
ສ່ວນທ່ານນາຍົກລັດຖະມົນຕີ Justin Trudeau ຢືນຢັນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ການາດາ ຢູ່ພາກພື້ນ ແລະ ທ່ານປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຍາວນານກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ