ທ່ານປະທານປະເທດ ຫວຽດນາມ ສົ່ງໂທລະເລກຊົມເຊີຍ ອິນເດຍ ທີ່ສົ່ງຍານອາວະກາດຂຶ້ນດວງຈັນສຳເລັດ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານປະທານາທິບໍດີ ອິນເດຍ Droupadi Murmu.
ທ່ານປະທານປະເທດ ຫວຽດນາມ ສົ່ງໂທລະເລກຊົມເຊີຍ ອິນເດຍ ທີ່ສົ່ງຍານອາວະກາດຂຶ້ນດວງຈັນສຳເລັດ - ảnh 1ພາບຖ່າຍຈາກ ຍານອາວະກາດ Chandrayaan-3
(ພາບ: Reuters)

        ໃນໂອກາດ ອິນໂດຍ ສົ່ງຍານອາວະກາດ Chandrayaan-3 ຂຶ້ນດວງຈັນ ສຳເລັດ, ວັນທີ 24 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານປະທານາທິບໍດີ ອິນເດຍ Droupadi Murmu. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານປະທານສະພາສູງ Jagdeep Dhankhar ແລະ ທ່ານປະທານສະພາຕ່ຳ Om Birla. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ກໍໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານລັດຖະມົນຕີການຕ່າງປະເທດ Subrahmanyam Jaishankar ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ