ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຕີ​ຄ້ອງ​ໄຂ​ສົກ​ຮຽ​ນ​ໃໝ່ 2022 ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ນະ​ຄອນ​ ໂຮ່​ຈີ​ມິນ

(VOVWORLD) -   ຕອນເຊົ້າວັນທີ 13 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2022, ພົບປະໂອ້ລົມກັບນັກສຶກສາຂອງມະຫາວິທະຍາໄລ ແຫ່ງຊາດ ນະຄອນ ໂຮ່ຈີມິນ.
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຕີ​ຄ້ອງ​ໄຂ​ສົກ​ຮຽ​ນ​ໃໝ່ 2022 ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ນະ​ຄອນ​ ໂຮ່​ຈີ​ມິນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕີຄ້ອງໄຂສົກຮຽນໃໝ່ 2022 ຢູ່ ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ (ພາບ: VOV)

ກ່າວຄຳເຫັນທີ່ການພົບປະໂອ້ລົມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະແດງຄວາມປິຕິຊົມຊື່ນຕໍ່ຄູອາຈານ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ເມື່ອໂຮງຮຽນແຫ່ງນີ້ຫາກໍໄດ້ຮັບການຕີລາຄາວ່າ ແມ່ນ 1 ໃນ ໂຮງຮຽນ 1.200 ແຫ່ງດີທີ່ສຸດໃນໂລກ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນບັນດາຫົວໜ່ວຍນຳໜ້າທົ່ວປະເທດໃນການປ່ຽນແປງໃໝ່ປະດິດຄິດສ້າງ ຕິດພັນກັບພຶດຕິກຳຕົວຈິງ, ພ້ອມທັງສະເໜີໃຫ້ສຸມໃສ່ລົງທຶນພັດທະນາເຂດຕົວເມືອງອັດສະລິຍະ, ໃນນັ້ນ ມີບັນດາສູນ startup ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ຕິດພັນກັບເຂດຕົວເມືອງປະດິດຄິດສ້າງທາງທິດຕາເວັນອອກນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ