ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍດອກ​ໄມ້, ຈູດ​ທູບ​ໃຕ້​ທຽນ​ຢູ່​ວິ​ຫານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ ເສັ້ນ​ທາງເລກ​ 20 ກວ​ຽດ​ຖັງ

(VOVWORLD) - ຕອນບ່າຍວັນທີ 14 ມິຖຸນາ, ຢູ່ ກວາງບິ່ງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະປະຕິບັດງານ ໄດ້ຖະຫວາຍດອກໄມ້, ຈູດທູບໃຕ້ທຽນ ຢູ່ວິຫານນັກຮົບເສຍສະຫຼະຊີວິດເພື່ອຊາດເສັ້ນທາງເລກທີ 20 ກວຽດຖັງ ໃນບໍລິເວນຕາແສງ ເຕິນແຈກ, ເມືອງ ໂບ໊ແຈກ.
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍດອກ​ໄມ້, ຈູດ​ທູບ​ໃຕ້​ທຽນ​ຢູ່​ວິ​ຫານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ ເສັ້ນ​ທາງເລກ​ 20 ກວ​ຽດ​ຖັງ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍດອກໄມ້, ຈູດທູບໃຕ້ທຽນຢູ່ວິຫານນັກຮົບເສຍສະຫຼະຊີວິດເພື່ອຊາດ ເສັ້ນທາງເລກ 20 ກວຽດຖັງ (ພາບ: TTXVN)

ທ່ານປະທານປະເທດກໍໄດ້ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ພໍ່ແມປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຄອບຄົວເປົ້າໝາຍນະໂຍບາຍ ເມືອງ ໂບ໊ແຈກ. ທີ່ການພົບປະ, ທ່ານປະທານປະເທດ ກໍຊີ້ແຈ້ງວ່າ ພັກ, ລັດ, ປະຊາຊົນຮັບຮູ້, ຈາລຶກບຸນຄຸນຕໍ່ການອຸທິດສ່ວນ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນບໍລິເວນເມືອງ ໂບ໊ແຈກ, ໃນການຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ ກູ້ຊາດ. ທ່ານກ່າວວ່າ:

        “ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຂັ້ນສູນກາງ, ເມືອງ ໂບ໊ແຈກ ແລະ ແຂວງ ກວ໋າງບິ່ງ, ຕາແສງຕ່າງໆ ຈົ່ງແກ້ໄຂຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ, ພິເສດແມ່ນປະຕິບັດໂຄງການບັນດາເຜົ່າສ່ວນໜ້ອຍເຂດພູດອຍ ເຊິ່ງພັກ, ລັດ ໄດ້ອະນຸມັດຜ່ານໃຫ້ເປັນຢ່າງດີ.”

        ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການຍົກລະດັບເສັ້ນທາງເລກ 20 ກວຽດຖັງ ແລະ ເຊື່ອມຕໍ່ຕາຂ່າຍໄຟຟ້າໃຫ້ 2 ຕາແສງ ເຕິນແຈກ ແລະ ເທື້ອງແຈກ.

ຕອບກັບ

ຂ່າວ/ບົດ​ອື່ນ