ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ຢູ່ ບາ​ວີ່

(VOVWORLD) -ເນື່ອງໃນໂອກາດລະນຶກເຖິງວັນເຖິງແກ່ມໍລະນະກຳຂອງປະທານ ໂຮ່ຈີມິນ ຄົບຮອບ 53 ປີ ແລະ 53 ປີ ແຫ່ງວັນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ (ວັນທີ 2 ກັນຍາ 1969 – 2 ກັນຍາ 2022), ຕອນເຊົ້າວັນທີ 14 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ, ຢູ່ ບາວີ່, ຮ່າໂນ້ຍ.
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ຢູ່ ບາ​ວີ່ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕາງໜ້າໃຫ້ປວງຊົນທັງຊາດ ຖະຫວາຍທູບທຽນ, ວາງພວງມາລາ ເພື່ອອາໄລຫາປະທານ ໂຮ່ຈີມິນ (ພາບ: TTXVN)

ໃນຮ້ານບູຊາປະທານ ໂຮ່ຈີມິນ ຢູ່ ວິຫານວົວ, ພູບາວີ່, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕາງໜ້າໃຫ້ປວງຊົນທັງຊາດ ຖະຫວາຍທູບທຽນ, ວາງພວງມາລາ ເພື່ອອາໄລຫາປະທານ ໂຮ່ຈີມິນ ຕາມຮິດຄອງປະເພນີ ແລະ ມູນເຊື້ອຂອງຊາດ.

        ກ່ອນນີ້ 53 ປີ, ຕອນເຊົ້າວັນທີ 2 ກັນຍາ 1969, ປະທານ ໂຮ່ຈີມິນ ໄດ້ເຖິງແກ່ມໍລະນະກຳ. ກ່ອນຈາກໄປ, ເພິ່ນໄດ້ຂຽນຄຳພິໄນກຳທີ່ສັກສິດ ອັນເປັນຊັບສົມບັດທາງດ້ານຈິດໃຈທີ່ລ້ຳຄ່າ, ແມ່ນຄຳຕັກເຕືອນສັ່ງສອນ ແລະ ເປັນຄວາມພາກພູມໃຈຢ່າງເລິກເຊິ່ງຂອງຄົນລຸ້ນຫຼັງ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ສືບຕໍ່ຍູ້ແຮງການສຶກສາຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະຕິວັດຂອງເພິ່ນ. ຜ່ານນັ້ນ, ປຸກລຸກຄວາມເອກອ້າງທະນົງໃຈ ແລະ ຄວາມໄຝ່ຝັນບືນຕົວຂຶ້ນຂອງຊາດ ເພື່ອສ້າງປະເທດ ຫວຽດນາມ ໝັ້ນຄົງເຂັ້ມແຂງ, ໄປທັນກັບບັນດາປະເທດໃນໂລກ ຄືດັ່ງຄວາມມຸ່ງມາດປາດຖະໜາຂອງປະທານໂຮ່ຈີມິນ ຄາວເພິ່ນຍັງມີຊີວິດຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ