ທ່ານ​ປະ​ທານ​ປ​ະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ມອບຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ໃຫ້​ແກ່ ທິມ​ບານ​ເຕະ​ຍິງແຫ່ງ​ຊາດ ຫວຽດ​ນາມ

(VOVWORLD) -ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ທິມບານເຕະຍິງແຫ່ງຊາດ ຫວຽດນາມ ແລະ ຫົວໜ້າຄູຝຶກ ມາຍດຶກຈູງ, ມອບຫຼຽນໄຊແຮງງານຊັ້ນ 2 ແລະ ຊັ້ນ 3 ໃຫ້ແກ່ນັກກິລາຈຳນວນໜຶ່ງ.
ທ່ານ​ປະ​ທານ​ປ​ະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ມອບຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ໃຫ້​ແກ່ ທິມ​ບານ​ເຕະ​ຍິງແຫ່ງ​ຊາດ ຫວຽດ​ນາມ - ảnh 1ທິມບານເຕະຍິງ ຫວຽດນາມ ເຂົ້າຮອບຊິງຊະນະເລີດ ບານເຕະຍິງໂລກ (ພາບ: Getty)

   ຕອນບ່າຍວັນທີ 09 ກຸມພາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການມອບຫຼຽນໄຊແຮງງານໃຫ້ແກ່ທິມບານເຕະຍິງ ແຫ່ງຊາດ ຫວຽດນາມ, ຄູຝຶກ ແລະ ນັກກິລາຂອງທິມບານເຕະຍິງ ຫວຽດນາມ ທີ່ສ້າງຜົນງານດີເດັ່ນສາມາດນຳທິມບານເຕະຍິງ ຫວຽດນາມ ເປັນຄັ້ງທຳອິດເຂົ້າຮອບຊິງຊະນະເລີດ ບານເຕະຍິງໂລກ (World Cup) 2023 ຂອງ ສະຫະພັນບານເຕະໂລກ ເປັນຄັ້ງທຳອິດ.

        ຕາມນັ້ນແລ້ວ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ທິມບານເຕະຍິງແຫ່ງຊາດ ຫວຽດນາມ ແລະ ຫົວໜ້າຄູຝຶກ ມາຍດຶກຈູງ, ມອບຫຼຽນໄຊແຮງງານຊັ້ນ 2 ແລະ ຊັ້ນ 3 ໃຫ້ແກ່ນັກກິລາຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ