ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ສ້າງລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນໃຫ້​ສຳ​ເລັດ

(VOVWORLD) -ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢ້ຳຄືນຄວາມຕັດສິນໃຈປະຕິບັດສຳເລັດເປົ້າໝາຍ: ສູ້ຊົນຮອດປີ 2045, ປັບປຸງຮູບແບບລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນໃຫ້ສຳເລັດ ໂດຍພື້ນຖານ ພາຍໃຕ້ການນຳພາຂອງພັກຢ່າງແທ້ຈິງ.
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ສ້າງລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນໃຫ້​ສຳ​ເລັດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 17 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະຊີ້ນຳສ້າງແຜນຮ່າງ “ຍຸດທະສາດສ້າງ ແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030 ໃຫ້ສຳເລັດ, ການກຳນົດທິດຮອດປີ 2045”  ໄດ້ຈັດກອງປະຊຸມສຳມະນາແຫ່ງຊາດ ດ້ວຍຫົວຂໍ້: “ບັນຫາພົ້ນເດັ່ນໃໝ່, ບຸກທະລຸໃນການສ້າງແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030 ໃຫ້ສຳເລັດ, ການກຳນົດທິດຮອດປີ 2045”.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢ້ຳຄືນຄວາມຕັດສິນໃຈປະຕິບັດສຳເລັດເປົ້າໝາຍ: ສູ້ຊົນຮອດປີ 2045, ປັບປຸງຮູບແບບລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນໃຫ້ສຳເລັດ ໂດຍພື້ນຖານ ພາຍໃຕ້ການນຳພາຂອງພັກຢ່າງແທ້ຈິງ; ຖືການພັດທະນາມະນຸດເປັນໃຈກາງ, ເຄົາລົບ, ຮັບປະກັນ, ປົກປ້ອງສິດທິມະນຸດ, ສິດພົນລະເມືອງ; ຮັບປະກັນສິດເປັນເຈົ້າຂອງປະຊາຊົນ, ເຄົາລົບລັດຖະທຳມະນູນ ແລະ ກົດໝາຍ; ມີລະບົບກົດໝາຍຄົບຖ້ວນ, ຄົບຊຸດ, ເປັນເອກະພາບ, ມີຄວາມເປັນໄປໄດ້, ເປີດເຜີຍ, ໂປ່ງໃສ, ມີສະຖຽນລະພາບ, ສຳຜັດໄດ້ງ່າຍ, ມີປະສິດທິພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງເຂົ້າກັບສາກົນ.  

ຕອບກັບ

ຂ່າວ/ບົດ​ອື່ນ