ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ສົ່ງ​ສານອວຍ​ພອນ​ວັນ​ຊາດ ສິງ​ກະ​ໂປ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 57 ປີ  ວັນທີ 9 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນໄປຍັງທ່ານປະທານາທິບໍດີ Halimah Yacob.

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 57 ປີ (09 ສິງຫາ 1965 – 09 ສິງຫາ 2022), ວັນທີ 9 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນໄປຍັງທ່ານປະທານາທິບໍດີ Halimah Yacob; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສົ່ງສານອວຍພອນເຖິງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ; ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ສົ່ງສານອວຍພອນເຖິງທ່ານປະທານສະພາແຫ່ງຊາດ ຕານຊວັນຈິນ.

        ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ