ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ສິ້​ນ​ສຸດ​ການ​ຢ້ຽມ​ຢາມ ລ​າ​ຊະ​ອາ​ນາ​ຈັກ ໄທ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ສັບ​ປະ​ດາຂັ້ນ​ສູງ APEC 2022

(VOVWORLD) -ຕອນບ່າຍວັນທີ 19 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດ ສະໜາມບິນສາກົນ ໂນ້ຍບາຍ, ນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມບັນດາການນຳພື້ນຖານເສດຖະກິດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29 ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ຢ່າງຈົບງາມ.
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ສິ້​ນ​ສຸດ​ການ​ຢ້ຽມ​ຢາມ ລ​າ​ຊະ​ອາ​ນາ​ຈັກ ໄທ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ສັບ​ປະ​ດາຂັ້ນ​ສູງ APEC 2022 - ảnh 1ພິທີສົ່ງອຳລາ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະ (ພາບ: TTXVN)

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ, ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ. ການນຳສອງທ່ານເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນເອກະສານຮ່ວມມື, ພ້ອມທັງເປັນປະທານການພົບປະກັບສື່ມວນຊົນ. ພ້ອມກັນນັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຍັງເຂົ້າຮ່ວມຫຼາຍກິດຈະກຳໃນ ແລະ ນອກຂອບເຂດສັບປະດາ APEC 29.

ເມື່ອຕອບສຳພາດນັກຂ່າວພາຍຫຼັງການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຢັ້ງຢືນວ່າ ການຢ້ຽມຢາມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ, ປະກອຍສ່ວນຜັນຂະຫຍາຍແນວທາງການຕ່າງປະເທດ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຄອມມູນິດ ຫວຽດນາມ ໄດ້ວາງອອກ, ໃຫ້ບຸລິມະສິດແກ່ການພັດທະນາສາຍພົວພັນຮອບດ້ານກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ອາຊຽນ, ໃນນັ້ນມີປະເທດ ໄທ, ສ້າງກຳລັງໜູນໃໝ່ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ; ສົ່ງສານກ່ຽວກັບຄວາມຕັດສິນໃຈຂອງການນຳສອງຝ່າຍ ມີຕໍ່ກັບການນຳສາຍພົວພັນຄູ່ຮ່ວມມືຍຸດທະສາດແບບເພີ່ມທະວີ ຫວຽດນາມ - ໄທ ພັດທະນາຍິ່ງໃຫຍ່ຂຶ້ນ, ຮອບດ້ານ ແລະ ມີປະສິດທິຜົນກວ່າເກົ່າ.

 

ຕອບກັບ

ຂ່າວ/ບົດ​ອື່ນ