ທ່ານ​ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ອວຍ​ພອນ​ປີ​ໃໝ່ Chol chnam thmay

(VOVWORLD) - ໃນຂອບເຂດການປະຕິບັດງານຢູ່ບັນດາແຂວງທາງທິດຕາເວັນຕົກພາກໃຕ້, ຕອນເຊົ້າວັນທີ 7 ເມສາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ Chol chnam thmay ຢູ່ ສະຖາບັນພຸດທະສາສະໜານິກາຍນິລະຍານ ຂະແມ, ຢູ່ເມືອງ ໂອໂມນ, ນະຄອນ ເກີ່ນເທີ.
ທ່ານ​ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ອວຍ​ພອນ​ປີ​ໃໝ່ Chol chnam thmay - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ອວຍພອນປີໃໝ່ Chol chnam thmay ຢູ່ ສະຖາບັນພຸດທະສາສະໜານິກາຍນິລະຍານ ຂະແມ, ຢູ່ເມືອງ ໂອໂມນ, ນະຄອນ ເກີ່ນເທີ (ພາບ: VOV)

ໃນບັນຍາກາດກະກຽມຕ້ອນຮັບບຸນປີໃໝ່ Chol chnam thmay, ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ອວຍພອນຜູ້ມີຍົດສັກຕຳແໜ່ງທາງສາສະໜາພຸດ, ພະສົງສຳມະເນນ ພຸດທະສາສະໜາ ນິກາຍນິລະຍານ ຂະແມ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ ຕ້ອນຮັບບຸນປີໃໝ່ Chol chnam thmay ປີ 2022 ຈົ່ງມີສຸຂະພາບເຂັ້ມແຂງ, ສະຫງົບສຸກ, ມ່ວນຊື່ນ ແລະ ຜາສຸກ.

     ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ປີ 2022 ແມ່ນປີທຳອິດທີ່ປະຕິບັດສອງນະໂຍບາຍໃຫຍ່ກ່ຽວກັບວຽກງານຊົນເຜົ່າ, ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ແລະ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນ, ຮັບປະກັນການເຄື່ອນໄຫວທາງສາສະໜາຖືກຕ້ອງຕາມກົດໝາຍ. ພ້ອມດຽວກັນນັ້ນ ແມ່ນເອົາໃຈໃສ່ເຖິງການພັດທະນາເສດຖະກິດ, ສັງຄົມຢ່າງບໍ່ຢຸດຢັ້ງ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນ ແລະ ຜູ້ມີຍົດສັກຕຳແໜ່ງທາງສາສະໜາປະຕິບັດວຽກງານເຫຼື້ອມໃສ, ເຊື່ອຖືໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ