ທ່ານ​ປະ​ທານ​ປະ​ເທດ ຫວຽ​ດ​ນາມ ຫງວຽນ​ຊວັນ​ຟຸກ ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ະ​ຫະ​ພັນ ສະ​ວິດ ຢ່າງ​ເປັ​ນ​ທາງ​ການ

(VOVWORLD) -ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດ ຫວຽດນາມ ແລະ ສະວິດ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ 2 ປະເທດຄົບຮອບ 50 ປີ (1971 – 2021).
ທ່ານ​ປະ​ທານ​ປະ​ເທດ ຫວຽ​ດ​ນາມ ຫງວຽນ​ຊວັນ​ຟຸກ ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ະ​ຫະ​ພັນ ສະ​ວິດ ຢ່າງ​ເປັ​ນ​ທາງ​ການ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະນາ (ພາບ: TTXVN)

ວັນທີ 25 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກ ຮ່າໂນ້ຍ, ເດີນທາງໄປຢ້ຽມຢາມ ສະຫະພັນ ສະວິດ ແລະ ສະຫະພັນ ລັດເຊຍ ຢ່າງເປັນທາງການ ລະຫວ່າງວັນທີ 25 ພະຈິກ ຫາ ວັນທີ 2 ທັນວາ ປີ 2021. ການຢ້ຽມຢາມແມ່ນປະຕິບັດຕາມຄຳເຊີນຂອງທ່ານປະທານາທິບໍດີ ສະຫະພັນ ສະວິດ Guy Parmelin ແລະ ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin. ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດ ຫວຽດນາມ ແລະ ສະວິດ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ 2 ປະເທດຄົບຮອບ 50 ປີ (1971 – 2021). ນີ້ກໍແມ່ນການຢ້ຽມຢາມ ເອີຣົບ ຢ່າງເປັນທາງການຄັ້ງທຳອິດ ໃນຖານະຕຳແໜ່ງໃໝ່ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.

ການຢ້ຽມຢາມ ສະຫະພັນ ສະວິດ ຢ່າງເປັນທາງການຄັ້ງນີ້ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ສືບຕໍ່ໄດ້ຢັ້ງຢືນແນວທາງການຕ່າງປະເທດໂດຍກອງປະຊຸມໃຫຍ່ທົວປະເທດຄັ້ງທີ XIII ຂອງພັກ ວາງອອກແມ່ນ ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນການທາງການທູດ ເປັນຫຼາຍຮູບ, ຫຼາຍແບບ, ຫຼາຍຝ່າຍ, ສືບຕໍ່ເຮັດໃຫ້ບັນດາການພົວພັນ 2 ຝ່າຍ ເຂົ້າສູ່ລວງເລິກ, ພ້ອມທັງສ້າງທ່ວງທ່າສະຫຼັບກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມເຕີມຄວາມໄວ້ເນື້ອເຊື່ອໃຈ; ຍົກລະດັບການພົວພັນທາງການທູດ ຫຼາຍຝ່າຍ, ເປັນເຈົ້າການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າ, ຍົກສູງບົດບາດຂອງ ຫວຽດນາມ ໃນບັນດາລະບອບລະບຽບການຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ