ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເລີ່ມ​ດຳ​ເນີນລາຍ​ການ​ຢ້ຽມ​ຢາມ ສະ​ວິດ

(VOVWORLD) - ຕອນເຊົ້າວັນທີ 26 ພະຈິກ (ຕາມເວລາ ສະວິດ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ເຊີແນວ, ນະຄອນ ເຊີແນວ ແລະ ເລີ່ມດຳເນີນລາຍການຢ້ຽມຢາມ ສະຫະພັນ ສະວິດ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສະວິດ Guy Parmelin ຢ່າງເປັນທາງການ.
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເລີ່ມ​ດຳ​ເນີນລາຍ​ການ​ຢ້ຽມ​ຢາມ ສະ​ວິດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ໄປຮອດສະໜາມບິນສາກົນ ເຊີແນວ, ນະຄອນ ເຊີແນວ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະມີການໂອ້ລົມສົນທະນາກັບທ່ານປະທານາທິບໍດີ ສະວິດ Guy Parmelin ແລະ ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ Andreas Aebi.

        ຢູ່ ເຊີແນວ, ຄາດວ່າ ທ່ານປະທານປະເທດຈະພົບປະກັບ ທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ ຫ້ອງການ ສປຊ ປະຈຳ ເຊີແນວ; ທ່ານ Edros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ; ທ່ານ Daren Tang  ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO). ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້ ແມ່ນເວທີປາໄສວິສາຫະກິດຂັ້ນສູງ ຖືກຈັດຂຶ້ນພາຍໃຕ້ການເປັນປະທານຂອງການນຳສອງປະເທດ ແລະ ມີການເຂົ້າຮ່ວມຂອງການນຳວິສາຫະກິດ, ກຸ່ມບໍລິສັດແຖວໜ້າຂອງທັງ ສະວິດ ແລະ ຫວຽດນາມ. ຄາດວ່າ ໃນເວທີປາໄສດັ່ງກ່າວ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຈະເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງວິສາຫະກິດສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ