ທ່ານ​ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ ອາ​ເມ​ລິ​ກາ

(VOVWORLD) - ຕອນບ່າຍວັນທີ 15 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ San Francisco, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານ Tim Cook, CEO ກຸ່ມບໍລິສັດ Apple ແລະ ທ່ານ Brendan Nelson, ຮອງປະທານຂັ້ນສູງສຸດ ປະທານກຸ່ມບໍລິສັດ Boeing.
ທ່ານ​ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ ອາ​ເມ​ລິ​ກາ - ảnh 1 ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານ Brendan Nelson, ຮອງປະທານຂັ້ນສູງສຸດ ປະທານກຸ່ມບໍລິສັດ Boeing (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ແລະ ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ, ຕອນບ່າຍວັນທີ 15 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ San Francisco, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານ Tim Cook, CEO ກຸ່ມບໍລິສັດ Apple ແລະ ທ່ານ Brendan Nelson, ຮອງປະທານຂັ້ນສູງສຸດ ປະທານກຸ່ມບໍລິສັດ Boeing.

ໃນບັນດາການພົບປະດັ່ງກ່າວ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຈິງໃຈ, ເປີດອົກເປີດໃຈ ແລະ ຢາກຮັບຟັງບັນດາຄຳເຫັນປະກອບຂອງວິສາຫະກິດ, ບັນດານັກລົງທຶນ ເພື່ອສ້າງລະບອບລະບຽບການ, ນະໂຍບາຍ, ປົວແປງສະພາບແວດລ້ອມດຳເນີນທຸລະກິດໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ ແລະ ປາດຖະໜາວ່າ ບັນດາກຸ່ມບໍລິສັດ Apple ແລະ Boeing ຍູ້ແຮງການຮ່ວມມືລົງທຶນຢູ່ ຫວຽດນາມ.

CEO ກຸ່ມບໍລິສັດ Apple Tim Cook ຕີລາຄາວ່າ ຫວຽດນາມ ແມ່ນປະເທດນອນຢູ່ໃນຍຸດທະສາດດຳເນີນທຸລະກິດພິເສດຂອງ Apple. ສ່ວນທ່ານຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Boeing, Brendan Nelson ສະແດງຄວາມປາດຖະໜາຢາກສ້າງລະບົບນິເວດການບິນຢູ່ ຫວຽດນາມ. Boeing ຈະຊ່ວຍ ຫວຽດນາມ ຜະລິດໄດ້ສິ້ນສ່ວນອາໄຫຼ່ໃຫ້ແກ່ Boeing ແລະ ໜູນຊ່ວຍ ຫວຽດນາມ ບຳລຸງສ້າງນັກບິນ, ນັກເຕັກນິກ ອີກດ້ວຍ.

ໃນວັນດຽວກັນ ຢູ່ San Francisco, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານ Gavin Newsom, ຜູ້ວ່າການລັດ California ແລະ ທ່ານນາງ Erin Bromaghim ຮອງເຈົ້າຄອງນະຄອນ Los Angeles, ຢ້ຽມຢາມຄອບຄົວ ຊາວຫວຽດນາມ ຟ້າມວັນຕິກ ແລະ ພົບປະກັບຊາວຫວຽດນາມ ອາໄສຢູ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ