ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຕ້ອນຮັບຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກຄອມມູນິດຈີນ

(VOVWORLD) - ກ່າວຄຳເຫັນໃນການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະ; ນີ້ເປັນການເຄື່ອນໄຫວແລກປ່ຽນຂັ້ນສູງທຳອິດ ລະຫວ່າງສອງພັກ, ສອງລັດ ຫວຽດນາມ-ຈີນ ໃນປີ 2024
ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຕ້ອນຮັບຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກຄອມມູນິດຈີນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຕ້ອນຮັບຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກຄອມມູນິດຈີນ
(ພາບ:TTXVN)

ວັນທີ 11 ມັງກອນ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ໃຫ້ການຕ້ອນຮັບ ທ່ານເລຂາຄະນະເລຂາທິການ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຫຼີຊູໂລຍ ແລະ ຄະນະຜູ້ແທນພັກຄອມມູນິດຈີນທີ່ພວມຢ້ຽມຢາມ ແລະ ເຮັດວຽກທີ່ ຫວຽດນາມ.

       ກ່າວຄຳເຫັນໃນການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະ; ນີ້ເປັນການເຄື່ອນໄຫວແລກປ່ຽນຂັ້ນສູງທຳອິດ ລະຫວ່າງສອງພັກ, ສອງລັດ ຫວຽດນາມ-ຈີນ ໃນປີ 2024, ແນໃສ່ເຮັດໃຫ້ຄວາມຮັບຮູ້ລວມທີ່ຄວາມສຳຄັນ  ລະຫວ່າງ ສອງເລຂາທິການໃຫ່ຍຂອງສອງພັກເປັນອັນລະອຽດ, ພິເສດການມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ທ່ານເລຂາທິການໃຫ່ຍພັກຄອມມູນິດຈີນ ສີຈີ້ນຜີງ ແລະ ພັນລະຍາ ທີ່ຜ່ານມາແມ່ນໄດ້ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ. ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຖືວ່າ: ສອງຝ່າຍຄວນເສີມຂະຫຍາຍມູນເຊື້ອອັນດີງາມ, ພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ຈີນໃຫ້ຫຼາຍທີ່ສຸດ; ເພີ່ມທະວີການພົບປະ, ແລກປ່ຽນ ລະຫວ່າງການນຳຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງພັກ, ສອງລັດ.

       ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ທ່ານ ຫຼີຊູໂລຍ ຕີລາຄາສູງບັນດາຄຳເຫັນຂອງທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຕໍ່ກັບວຽກງານເສີມຂະຫຍາຍການຮ່ວມມືລະຫວ່າງ ສອງພັກ, ສອງລັດ; ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ