ທ່ານປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ພົບ​ປະ​ກັບ​ການ​ນຳ, ພະ​ນັກ​ງານ​ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ

(VOVWORLD) -  ເນື່ອງໃນໂອກາດເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ (APEC) 2023, ຕອນບ່າຍວັນທີ 14 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ San Francisco, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພົບປະກັບການນຳ ແລະ ພະນັກງານບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ອາເມລິກາ.
ທ່ານປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ພົບ​ປະ​ກັບ​ການ​ນຳ, ພະ​ນັກ​ງານ​ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ການພົບປະ

ໃນການພົບປະ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ບັນດາການເຄື່ອນໄຫວພົວພັນຕ່າງປະເທດ ຫວຽດນາມ ດຳເນີນຢ່າງມີຊີວິດຊີວາ, ຕັ້ງໜ້າ ແລະ ມີປະສິດທິຜົນ, ຍົກສູງບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້້ການພັດທະນາຂອງປະເທດຊາດ, ກໍຄືປະກອບສ່ວນເຂົ້າໃນການຍົກສູງການພົວພັນ ຫວຽດນາມ - ອາເມລິກາ ເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເຊິ່ງໃນນັ້ນມີບັນດາອົງການຜູ້ຕາງໜ້າ. ເມື່ອເນັ້ນໜັກກ່ຽວກັບການເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະ ທ້ອງຖິ່ນຕ່າງໆແມ່ນປັດໄຈປະກອບສ່ວນຫັນບັນດາຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຊີ້ແຈ້ງ:

        “ການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ນຳມາເຊິ່ງກາລະໂອກາດຮ່ວມມືໃຫຍ່ຫຼວງລະຫວ່າງສອງປະເທດ ນັບທັງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວິທະຍາສາດ, ການຜະລິດ, ເຂົ້າຮ່ວມລະບົບສະໜອງສິນຄ້າທີ່ມີຄຸນນະພາບສູງ. ເຖິງຢ່າງໃດກໍຕາມ, ຈາກຄຳໝັ້ນສັນຍາ ຮອດການປະຕິບັດແມ່ນວິວັດທະນາການໜຶ່ງ. ດັ່ງນັ້ນ, ຂ້າພະເຈົ້າປາດຖະໜາວ່າ ສະຖານທູດ ແລະ ບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ປະຈຳ ອາເມລິກາ ຈະມານະພະຍາຍາມຊຸກຍູ້ເພື່ອໃຫ້ຫັນບັນດາຂໍ້ຕົກລົງຮ່ວມມືເປັນອັນລະອຽດໂດຍໄວ. ສະເໜີໃຫ້ບັນດາກະຊວງ, ຂະແໜງການທ້ອງຖິ່ນເຂົ້າຮ່ວມວິວັດທະນາການດັ່ງກ່າວ”.

ຫວູຢຸງ, ຟ້າມຮວັນ

ຕອບກັບ

ຂ່າວ/ບົດ​ອື່ນ