ທ່ານປະທານປະເທດ ຫວຽດນາມ ເຮັດວຽກກັບສະມາຄົມທະນາຍຄວາມ ຫວຽດນາມ

(VOVWORLD) - ນີ້ແມ່ນຄຳສະເໜີຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ
ທ່ານປະທານປະເທດ ຫວຽດນາມ ເຮັດວຽກກັບສະມາຄົມທະນາຍຄວາມ ຫວຽດນາມ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຮັດວຽກກັບສະມາຄົມທະນາຍຄວາມ ຫວຽດນາມ

“ຍູ້ແຮງການເຄື່ອນໄຫວໃຫ້ຄຳປຶກສາດ້ານກົດໝາຍ, ໜູນຊ່ວຍດ້ານນິຕິກຳໂດຍບໍ່ເສຍຄ່າກ່ວາອີກໃຫ້ເປົ້າໝາຍຄົນທຸກຍາກ, ຊົນເຜົົ່າສ່ວນໜ້ອຍ, ເປົ້າໝາຍນະໂຍບາຍ ແລະ ບັນດາກຸ່ມຄົນດ້ອຍໂອກາດໃນສັງຄົມ”. ນີ້ແມ່ນຄຳສະເໜີຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ຕໍ່ສູນກາງສະມາຄົມ ທະນາຍຄວາມ ຫວຽດນາມ ໃນຕອນເຊົ້າວັນທີ 19 ມັງກອນ ຢູ່ຮ່າໂນ້ຍ.

        ສະຫລຸບກອງປະຊຸມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວວ່າ:

ຂ້າພະເຈົ້າສະເໜີສະມາຄົມທະນາຍຄວາມຕັ້ງໜ້າເຂົ້າຮ່ວມການສ້າງນະໂຍບາຍ, ກົດໝາຍ, ການຄົ້ນຄວ້າວິທະຍາສາດດ້ານນິຕິກຳ, ການປະຕິຮູບດ້ານຕຸລາການ, ການປະຕິຮູບດ້ານການບໍລິຫານ, ໃຫ້ຄຳປຶກສາດ້ານກົດໝາຍ, ການໄກ່ເກ່ຍຢູ່ຂັ້ນຮາກຖານ, ແກ້ໄຂບັນດາການຂັດແຍ້ງດ້ານນິຕິກຳຢູ່ນອກກົນໄກຂອງລັດ, ປ້ອງກັນ, ຕ້ານອາດຊະຍາກຳ, ການລະເມີດກົດໝາຍ, ເປັນຕົ້ນແມ່ນອາດຊະຍາກຳເສດຖະກິດ, ການສໍ້ລາດບັງຫລວງ”.

ຕອບກັບ

ຂ່າວ/ບົດ​ອື່ນ