ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຕ້ອນ​ຮັບ ແລະ ສົນ​ທະ​ນາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V​ladimir Putin ຢ່າງ​ເປັນ​ທາງ​ການ

(VOVWORLD) -       ຕອນສວາຍວັນທີ 20 ມິຖຸນາ, ພິທີຕ້ອນຮັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ເນື່ອງໃນໂອກາດທ່ານມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດສຳລັບປະມຸກລັດ. ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເປັນປະທານພິທີຕ້ອນຮັບດັ່ງກ່າວ.
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຕ້ອນ​ຮັບ ແລະ ສົນ​ທະ​ນາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V​ladimir Putin ຢ່າງ​ເປັນ​ທາງ​ການ - ảnh 1ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດ (ພາບ: VOV)

ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ດຳເນີນກອງປະຊຸມສົນທະນາ ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງທັງສອງຝ່າຍ. ນີ້ແມ່ນກອງປະຊຸມສົນທະນາສອງຝ່າຍແບບເຊິ່ງໜ້າຄັ້ງທໍາອິດລະຫວ່າງທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ Vladimir Putin ໃນຖານະຕຳແໜ່ງໃໝ່.

        ໃນກອງປະຊຸມສົນທະນາ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດ, ມາດຕະການໃຫຍ່ ແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມື, ຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃຫ້ຫຼາຍກວ່າອີກ, ບົນພື້ນຖານໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ອີງໃສ່ຫຼັກການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ; ບໍ່ຮ່ວມສຳພັນທະມິດ ຫຼື ເຈລະຈາກັບຝ່າຍທີ 3 ເພື່ອມີການກະທຳທີ່ສົ່ງຜົນກະທົບບໍ່ດີຕໍ່ພື້ນຖານເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຜົນປະໂຫຍດພື້ນຖານຂອງກັນ, ບໍ່ແນໃສ່ຕ້ານຄືນບໍ່ວ່າຝ່າຍທີສາມໃດໆ, ສະໜັບສະໜູນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການສ້າງສັນຕິພາບຂອງພາກພື້ນ ແລະ ໃນໂລກ.

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຕ້ອນ​ຮັບ ແລະ ສົນ​ທະ​ນາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V​ladimir Putin ຢ່າງ​ເປັນ​ທາງ​ການ - ảnh 2ກອງປະຊຸມສົນທະນາສອງຝ່າຍ  (ພາບ: VOV)

        ສຳລັບດ້ານການເມືອງ, ການທູດ, ສອງຝ່າຍເຫັນດີສືບຕໍ່ຍູ້ແຮງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໂດຍຜ່ານການເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ບັນດາກົນໄກຮ່ວມມືຜ່ານຊ່ອງທາງ ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ກະຊວງ, ຂະແໜງການ ຕະຫຼອດຮອດການພົວພັນແລກປ່ຽນລະຫວ່າງຄົນລຸ້ນໜຸ່ມ.

        ສຳລັບດການຮ່ວມມືດ້ານເສດຖະກິດ, ສອງຝ່າຍເຫັນດີຜັນຂະຫຍາຍຢ່າງມີປະສິດທິຜົນເຈລະຈາໂດຍໄວ, ຍົກລະດັບ ແລະ ຜັນຂະຫຍາຍ ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ ໃຫ້ມີປະສິດທິຜົນ. ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອຍູ້ແຮງດ້ານການຄ້າ, ການລົງທຶນສອງຝ່າຍ. ສອງຝ່າຍສະໜັບສະໜູນສືບຕໍ່ຍົກສູງປະທິຜົນຂອງບັນດາໂຄງການຫຼັກແຫຼ່ງໃນຂົງເຂດພະລັງງານ, ອາຍແກັດ, ອຳນວຍຄວາມສະດວກໃຫ້ວິສາຫະກິດສອງປະເທດເປີດກວ້າງການລົງທຶນ, ການເຄື່ອນໄຫວຢູ່ດິນແດນຂອງກັນ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ເປັນເອກະສັນ ດຳເນີນການສຶກສາຄົ້ນຄວ້າໂດຍໄວ ເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດ ພະລັງງານໃໝ່, ພະລັງງານສະອາດ, ຫັນເປັນສີຂຽວ, ພັດທະນາແບບຍືນຍົງ.

        ສອງຝ່າຍມີຄວາມປາດຖະໜາ ຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່, ບົນພື້ນຖານກົດໝາຍ ແລະ ທຳນຽມສາກົນ, ປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ຢູ່ພາກພື້ນ ແລະ ໃນໂລກ.

        ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ສອງຝ່າຍກໍໄດ້ສະໜັບສະໜູນການສ້າງລະບົບການພົວພັນສາກົນປະຊາທິປະໄຕ, ຍຸຕິທຳ, ຈະແຈ້ງ ໂດຍອີງໃສ່ກົດໝາຍສາກົນ ແລະ ກົດບົດ ສປຊ; ສະໜັບສະໜູນໂຄງສ້າງພາກພື້ນ ອາຊີ ປາຊີຟິກ ສະເໝີພາບ, ບໍ່ແບ່ງແຍກ, ອີງໃສ່ກົດໝາຍສາກົນ; ຊຸກຍູ້ການຮ່ວມສຳພັນເສດຖະກິດ ດ້ວຍກົນໄກ: APEC, G20, ການຮ່ວມມືເສດຖະກິດ ອາຊີ - ເອີຣົບ, ຊົມເຊີຍລັດເຊຍ ທີ່ໄດ້ໃຫ້ການຮ່ວມມືກັບອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນໃຫ້ແກ່ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນລວມໃນໂລກ.

        ກ່ຽວກັບທະເລຕາເວັນອອກ, ສອງຝ່າຍສະໜັບສະໜູນການຮັບປະກັນຄວາມສະຫງົບປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນ, ບໍ່ນຳໃຊ້ ຫຼື ນາບຂູ່ການນຳໃຊ້ອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ທີ່ສອດຄ່ອງກັບກົດບັດ ສປຊ ແລະ ກົດໝາຍສາກົນ.

        ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບການຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດໃຫ້ເລິກເຊິ່ງຍິ່ງໆຂຶ້ນ.

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຕ້ອນ​ຮັບ ແລະ ສົນ​ທະ​ນາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V​ladimir Putin ຢ່າງ​ເປັນ​ທາງ​ການ - ảnh 3ທ່ານປະທານາທິບໍດີ Vladimir Putin ໄດ້ໄປວາງພວງມາລາ ອາໄລຫາປະທານໂຮ່ຈີມິນ, ເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈີມິນ. ພາບ:  VOV

ໃນຕອນບ່າຍວັນດຽວກັນ, ທ່ານປະທານາທິບໍດີ Vladimir Putin ໄດ້ໄປວາງພວງມາລາອາໄລຫາປະທານໂຮ່ຈີມິນ, ເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈີມິນ. ຕໍ່ຈາກນັ້ນ ທ່ານປະທານາທິບໍດີ Vladimir Putin ໄດ້ໄປວາງພວງມາລາ ອາໄລຫາບັນດານັກວິລະຊົນເສຍສະຫລະຊີວິດເພື່ອຊາດຢູ່ ອະນຸສາວາລີນັກຮົບເສຍສະຫລະຊີວິດເພື່ອຊາດຢູ່ຖະຫນົນ ບັກເຊີນຢູ່ ຮ່າໂນ້ຍ. ເຂົ້າຮ່ວມການເຄື່ອນໄຫວນີ້ ຍັງມີທ່ານ ເລຮວ່າຍຈູງ ເລຂາສູນກາງພັກ, ຫົວຫນ້າ ຄະນະພົວພັນຕ່າງປະເທດ.

 
 

ຕອບກັບ

ຂ່າວ/ບົດ​ອື່ນ