ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ Marc Evans Knapper

(VOVWORLD) -ຕອນບ່າຍວັນທີ 13 ມິຖຸນາ, ຢູ່ ທຳນຽບປະທານປະເທດ ທີ່ນະຄອນຫລວງຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ໂຕເລີມ ໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ Marc Evans Knapper - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລີມ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ Marc Evans Knapper. ພາບ:TTXVN

ທີ່ການຕ້ອນຮັບ, ທ່ານປະທານປະເທດ ໂຕເລີມ ໄດ້ຢັ້ງຢືນ: ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືມີລະດັບຄວາມສຳຄັນຍຸດທະສາດ ແລະ ພ້ອມແລ້ວທີ່ຈະສົມທົບກັບ ອາເມລິກາ ສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ ແລະ ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ ຢູ່ ພາກພື້ນ ແລະ ໃນໂລກ. ທ່ານປະທານປະເທດ ກໍ່ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ Marc Knapper ທີ່ມີຕໍ່ ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ແລະ ສະເຫນີທ່ານເອກອັກຄະລັດຖະທູດສືບຕໍ່ເອົາໃຈໃສ່, ຊຸກຍູ້ການພົວພັນຄູ່ຮ່ວມມືອັນດີງາມນີ້.

ສ່ວນທ່ານເອກອັກຄະລັດຖະທູດ ອາເມລິກາ ສະແດງຄວາມຊົມເຊີຍທ່ານປະທານປະເທດ ໂຕເລີມ ທີ່ໄດ້ເລືອກຕັ້ງດຳລົງຕຳແຫນ່ງປະທານປະເທດ ແລະ ຢືນຢືນຄືນຄຳໝັ້ນສັນຍາຂອງ ອາເມລິກາ ແມ່ນສະເຫມີຕົ້ນສະເໝີປາຍສະຫນັບສະຫນູນ ຫວຽດນາມ ທີ່ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ, ສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດຈະສືບຕໍ່ບັນລຸໄດ້ຫລາຍຜົນງານກວ່າອີກໃນໄລຍະຈະມາເຖິງ. 
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ໂຕເລີມ ໄດ້ມີການພົບປະກັບຄະນະຜູ້ແທນການນຳ, ຜູ້ມີຍົດສັກຕຳແຫນ່ງໃນອົງການສາສະຫນາ
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ Marc Evans Knapper - ảnh 2ທ່ານປະທານປະເທດ ຫວຽດນາມ ໂຕເລີມ. ພາບ: Nhan Sáng/TTXVN

ທີ່ການພົບດຳເນີນໃນຕອນບ່າຍວັນທີ 13 ມິຖຸນາ ຢູ່ ທຳນຽບ ປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ໂຕເລີມ ຕີລາຄາສູງ ການປະກອບສ່ວນຂອງບັນດາອົງການສາສະຫນາເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນວິວັດທະນາການນັບແຕ່ເມື່ອສະຖາປະນາປະເທດຊາດ (2/9/1945) ມາຮອດປະຈຸບັນ. ທ່ານປະທານປະເທດ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ເຄົາລົບສິດເສລີການເຊື່ອຖື, ສາສະຫນາຂອງພົນລະເມືອງ, ຖືນັ້ນແມ່ນຄວາມຕ້ອງການອັນຊອບທຳຂອງພາກສ່ວນຫນຶ່ງໃນປະຊາຊົນ; ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນເຊື່ອຖືບັນດາສາສະຫນາໄດ້ທຳການເຄື່ອນໄຫວດ້ານສາສະຫນາເປັນປົກກະຕິ ແລະ ສົ່ງເສີມວຽກງານທີ່ມີປະໂຫຍດຕໍ່ລັດ, ຕໍ່ຄອບຄົວ, ປະກອບສ່ວນສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ. ທ່ານປະທານປະເທດສະແດງຄວາມເຊື່ອໝັ້ນວ່າ: ບັນດາອົງການສາສະຫນາ, ຜູ້ມີຍົດສັກຕຳແຫນ່ງ, ປະຊາຊົນເຊື່ອຖືສາສະຫນາຈະເສີມຂະຫຍາຍຄຸນສົມບັດດ້ານສາສະຫນາໃຫ້ດີກວ່າເກົ່າ, ສືບຕໍ່ຮ່ວມເດີນທາງພ້ອມກັບຊາດ,ຕັ້ງຫນ້າປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ