ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ສະ​ເໜີ​ໃຫ້​ສ້າງ​ພື້ນ​ຖານ​ຍຸ​ຕິ​ທຳ​ແບບ​ທັ​ນ​ສະ​ໄໝ, ເປັນ​ມື​ອາ​ຊີບ ແລະ ອຳ​ນາດ​ນິ​ຕິ​ບັນ​ຍັດ

(VOVWORLD) - ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ, ຫົວໜ້າຄະນະຊີ້ນຳການປະຕິຮູບຍຸຕິທຳສູນກາງ, ໄດ້ເຮັດວຽກໂດຍກົງກັບສານປະຊາຊົນສູງສຸດ ແລະ ແບບທາງໄກກັບລະບົບສານໃນທົ່ວປະເທດ.
 ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ສະ​ເໜີ​ໃຫ້​ສ້າງ​ພື້ນ​ຖານ​ຍຸ​ຕິ​ທຳ​ແບບ​ທັ​ນ​ສະ​ໄໝ, ເປັນ​ມື​ອາ​ຊີບ ແລະ ອຳ​ນາດ​ນິ​ຕິ​ບັນ​ຍັດ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ກ່າວຄຳເຫັນໜ້າທີ່ນີ້, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຊີ້ແຈ້ງວ່າ ປີ 2024 ແມ່ນປີເພີ່ມຄວາມໄວເພື່ອຮອດປີ 2025 ຈະປະຕິບັດສຳເລັດທຸກເປົ້າໝາຍທີ່ລະບຸໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກຢ່າງມີໄຊ. ທ່ານປະທານປະເທດ ສະເໜີໃຫ້ລະບົບສານ ຕ້ອງສຸມໃສ່ສ້າງພື້ນຖານຍຸຕິທຳແບບທັນສະໄໝ, ເປັນມືອາຊີບ, ອຳນາດນິຕິບັນຍັດ.

        “ເປັນເຈົ້າການຄົ້ນຄວ້າ ແລະ ກຽມພ້ອມທຸກແຜນການປະຕິບັດໜ້າທີ່ຂອງສານໃນຍຸກສະໄໝເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະ ຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ; ສຸມໃສ່ປະຕິບັດໜ້າທີ່ປະຕິຮູບດ້ານຍຸຕິທຳຢ່າງມີປະສິດທິຜົນ. ເປັນເຈົ້າການວິວັດທະນາການ, ຂັ້ນຕອນປະຕິບັດວຽກງານພິພາກສາໃນຍຸກສະໄໝ 5.0 ດ້ວຍການພັດທະນາຂອງປັນຍາປະດິດ, ບັນດາບັນຫາກ່ຽວກັບຫຼັກຖານເອເລັກໂຕນິກ, ອາດຊະຍາກຳເຄື່ອນໄຫວໃນເຄືອຂ່າຍອິນເຕີເນັດ, ອາດຊະຍາກຳສະເໝືອນຈິງ. ສຸມແຫຼ່ງກຳລັງປະຕິບັດສຳເລັດວຽກງານສ້າງສານເລັກໂຕນິກໃນປີ 2025.

ຕອນບ່າຍວັນດຽວກັນ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ໂຕເລິມ ໄດ້ພົບປະກັບຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງດີເດັ່ນໃນປະຊາຄົມຊາວເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນ, ເຂດໝູ່ເກາະ ເນື່ອງໃນໂອກາດມາ ຮ່າໂນ້ຍ ເຂົ້າຮ່ວມລາຍການ "ບ່ອນອີງເຂດໝູ່ບ້ານ" ຄັ້ງທີ 2 ປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ