ທ່ານປະທານປະເທດ ຫວຽດນາມ ໂຕເລິມໃຫ້ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດອາຊຽນແລະ ຕີມໍແລັດສະແຕ

(VOVWORLD) -ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ, ປະເທດ ປະທານ ອາຊຽນ ປີ 2024 ໄດ້ສົ່ງຄຳອວຍພອນຂອງການນຳຂັ້ນສູງລາວ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໄປຍັງທ່ານປະທານປະເທດໂຕເລິມ.
ທ່ານປະທານປະເທດ ຫວຽດນາມ ໂຕເລິມໃຫ້ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດອາຊຽນແລະ ຕີມໍແລັດສະແຕ - ảnh 1ທ່ານປະທານປະເທດ ໂຕເລິມ ໄດ້ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ອາຊຽນ ແລະ ຕີມໍແລັດສະແຕ. ພາບ:TTXVN

ຕອນບ່າຍວັນທີ 30 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ໂຕເລິມ ໄດ້ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ແລະ ຕີມໍແລັດສະແຕ ຢູ່ຮ່າໂນຍ ໄດ້ມາເຂົ້າຢ້ຽມຂ່ຳນັບ ແລະ ອວຍພອນທ່ານ ເນື່ອງໃນໂອກາດທ່ານໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ສສ ຫວຽດນາມ.

ໂດຍຕາງໜ້າເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນຢູ່ ຮ່າໂນ້ຍ, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ, ປະເທດ ປະທານ ອາຊຽນ ປີ 2024 ໄດ້ສົ່ງຄຳອວຍພອນຂອງການນຳຂັ້ນສູງລາວ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໄປຍັງທ່ານປະທານປະເທດ ໂຕເລິມ. ທ່ານນາງ ເອກອັກຄະລັດຖະທູດລາວເນັ້ນໜັກວ່າ ພາຍຫຼັງການເຂົ້າຮ່ວມອາຊຽນມາເປັນເວລາເກືອບ 30 ປີ, ຫວຽດນາມຍາມໃດກໍສວມບົດບາດສຳຄັນໃນການເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງຂອງອາຊຽນ, ກໍ່ຄືໃນການສ້າງວິໄສທັດປະຊາຄົມອາຊຽນພາຍຫຼັງປີ 2025.         

ສ່ວນທ່ານປະທານປະເທດ ໂຕເລິມ ຢັ້ງຢືນ ວ່າ ອາຊຽນ ມີທີ່ຕັ້ງສຳຄັນໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ທ່ານປາດຖະໜາຢາກໃຫ້ບັນດາເອກອັກຄະລັດຖະທູດ, ອຸປະທູດຈະແມ່ນຂົວເຊື່ອມຕໍ່ສຳຄັນ, ປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ຮ່ວມແຮງຮ່ວມໃຈສ້າງປະຊາຄົມອາຊຽນສາມັກຄີ, ເຂັ້ມແຂງ, ເປັນແກ່ນສານຂອງສັນຕິພາບ, ສະຖຽນລະພາບ, ຮ່ວມມືແລະພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ