ທ່ານ​ປະ​ທານ​ປະ​ເທດ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ບັນ​ດາ​ການ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ APEC ກັບ​ສະ​ພາ​ໃຫ້​ຄຳ​ປຶກ​ສາ​ດຳ​ເນີນ​ທຸ​ລະ​ກິດ, ແຂກ​ຖືກ​ເຊີນ

(VOVWORLD) -  ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີໄຂການໂອ້ລົມສົນທະນາ ລະຫວ່າງບັນດາການນຳ APEC ກັບບັນດາສະມາຊິກຂອງສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC (ABAC). 
ທ່ານ​ປະ​ທານ​ປະ​ເທດ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ບັນ​ດາ​ການ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ APEC ກັບ​ສະ​ພາ​ໃຫ້​ຄຳ​ປຶກ​ສາ​ດຳ​ເນີນ​ທຸ​ລະ​ກິດ, ແຂກ​ຖືກ​ເຊີນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ບັນດາການນຳ APEC ເຂົ້າຮ່ວມການເຮັດວຽກ (ພາບ: TTXVN)

ວັນທີ 16 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ອາເມລິກາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີໄຂການໂອ້ລົມສົນທະນາ ລະຫວ່າງບັນດາການນຳ APEC ກັບບັນດາສະມາຊິກຂອງສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC (ABAC). ນີ້ແມ່ນການເຄື່ອນໄຫວປະຈຳປີໃນຂອບເຂດສັບປະດາສຸດຍອດ APEC ເພື່ອໃຫ້ບັນດາການນຳ APEC ມີການແລກປ່ຽນຢ່າງກົງໄປກົງມາ, ແທດຈິງ ແລະ ຮັບຟັງບັນດາຂໍ້ສະເໜີແນະຂອງປະຊາຄົມວິສາຫະກິດໃນພາກພື້ນ.

ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງບັນດາການນຳ APEC ກັບແຂກຖືກເຊີນແມ່ນ ທ່ານປະທານາທິບໍດີ ໂກລົມເບຍ Gustavo Petro, ທ່ານນາຍົກລັດຖະມົນຕີ Fiji Sitiveni Rabuka ແລະ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ Shri Piyush Goyal. ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ສະເໜີໃຫ້ APEC ແລະ ບັນດາຄູ່ຮ່ວມມືຍູ້ແຮງໂຄງການຮ່ວມມືກ່ຽວກັບພະລັງງານທົດແທນ ແລະ ຫັນບັນດາຂົງເຂດອຸດສາຫະກຳເປັນສີຂຽວ, ພັດທະນາກະສິກຳທຳມະຊາດ ແລະ ຟື້ນຟູຊັບພະຍາກອນທຳມະຊາດ; ການຊ່ວຍເຫຼືອສັງຄົມ ແລະ ຫັນປ່ຽນຍຸຕິທຳ.

ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ແລກປ່ຽນກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ; ທ່ານປະທານາທິບໍດີ ອາເມລິກາ Joe Biden; ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ເພື່ອສືບຕໍ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືຢ່າງເລິກເຊິ່ງກ່ວາເກົ່າ ແລະ ແລກປ່ຽນບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ