ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບທີ່ປຶກສາແຫ່ງລັດ ມຽນມາ

(VOVWORLD) -ຕອນເຊົ້າວັນທີ 13 ກັນຍາ, ທີ່ທໍານຽບປະທານປະເທດຫວຽດນາມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ, ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມ ເວທີປາໄສເສດຖະກິດໂລກ ກ່ຽວກັບອາຊຽນ 2018 (WEF ASEAN) ຢູ່ຫວຽດນາມ.
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບທີ່ປຶກສາແຫ່ງລັດ ມຽນມາ - ảnh 1ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຕ້ອນຮັບທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ 

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີສອງປະເທດ ສຸມໃສ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນຕ່າງໆ ແລະ ບັນດາກົນໄກຮ່ວມມື; ລົງນາມໃນໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ - ມຽນມາ ໃນໄລຍະ 2018 – 2023  ໂດຍໄວ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍຖືວ່າ: ສອງປະເທດຄວນສືບຕໍ່ສູ້ຊົນເພີ່ມວົງເງິນການຄ້າສອງຝ່າຍ ແລະ ບັນລຸຄາດໝາຍ ໃຫ້ໄດ້ໜຶ່ງຕື້ USD ໃນໄລຍະໄວທີ່ສຸດ; ພ້ອມກັນນັ້ນ, ກໍຊຸກຍູ້ການລົງນາມ ບັນດາຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດ ກະສິກໍາ - ເຄື່ອງປ່າຂອງດົງ - ການປະມົງ, ການຄົມມະນາຄົມຂົນສົ່ງ, ຕຸລາການ, ປ້ອງກັນອາດຊະຍາກໍາ... ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະແດງຄວາມປາດຖະໜາວ່າ ທ່ານນາງ Aung San Suu Kyi ແລະ ລັດຖະບານ ມຽນມາ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ລົງທຶນ, ດໍາເນີນທຸລະກິດຢູ່ມຽນມາ.

        ສ່ວນ ທ່ານນາງ Aung San Suu Kyi ໃຫ້ຮູ້ວ່າ ມຽນມາ ປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນຂົງເຂດເສດຖະກິດ, ການສຶກສາ ແລະ ຊຸກຍູ້ການພົບປະແລກປ່ຽນລະຫວ່າງລຸ້ນໜຸ່ມສອງປະເທດ, ພ້ອມກັນນັ້ນ, ສອງປະເທດ ກໍຄວນເພີ່ມທະວີການພົວພັນຮ່ວມມືລະຫວ່າງນະຄອນ ກັບບັນດາທ້ອງຖິ່ນສອງປະເທດ. ທ່ານນາງ Aung San Suu Kyi ປາດຖະໜາຢາກຕ້ອນຮັບ ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄປຢ້ຽມຢາມມຽນມາ ໃນໄລຍະຈະມາເຖິງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ