ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ

(VOVWORLD) - ຕອນບ່າຍວັນທີ 13 ມິຖຸນາ, ທີ່ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Nirmala Sitharaman ຢູ່ສຳນັກງານປະທານປະເທດ ຫວຽດນາມ,
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານນາງ Nirmala Sitharaman

ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຊົມເຊີຍໝາກຜົນແຫ່ງການພົບປະເຈລະຈາລະຫວ່າງ 2 ລັດຖະມົນຕີກະຊວງປ້ອງກັນປະເທດ ຊຶ່ງໄດ້ຈັດຕັ້ງໃນຕອນເຊົ້າຂອງວັນດຽວກັນ. ບົນພື້ນຖານໝາກຜົນແຫ່ງການຮ່ວມມືທີ່ບັນລຸໄດ້ໃນໄລຍະຜ່ານມາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ ໃນໄລຍະຈະມາເຖິງ, ການນຳ 2 ກະຊວງປ້ອງກັນປະເທດຈະຕັ້ງໜ້າຊີ້ນຳບັນດາອົງການທີ່ກ່ຽວຂ້ອງ 2 ຝ່າຍຄົ້ນຄວ້າ ຍົກອອກບັນດາຮູບການ ແລະ ມາດຕະການທີ່ເປັນໄປໄດ້ ແນໃສ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືປ້ອງກັນຊາດທີ່ໄດ້ເຫັນດີແລ້ວຢ່າງຮອບດ້ານ, ມີປະສິດທິຜົນ. ທ່ານປະທານປະເທດສະເໜີລັດຖະບານ ແລະ ກະຊວງປ້ອງກັນປະເທດ ອິນເດຍ ສືບຕໍ່ມີບັນດາຮູບການລະອຽດ ເພື່ອໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດດ້ານອຸດສາຫະກຳປ້ອງກັນຊາດ ແລະ ການທະຫານ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ພັກ, ລັດ ຫວຽດນາມ ສະໜັບສະໜູນ ແລະ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ກະຊວງປ້ອງກັນປະເທດ 2 ປະເທດຮ່ວມມືນັບມື້ນັບດີກ່ວາເກົ່າ, ປະກອບສ່ວນເຮັດໃຫ້ເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດອຸດົມສົມບຸນ ແລະ ເລິກເຊິ່ງກ່ວາ.

        ສ່ວນທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Nirmala Sitharaman ໄດ້ສະແດງພາກພູມໃຈຕໍ່ກັບການພົວພັນຮ່ວມມືລະຫວ່າງ 2 ປະເທດ ທີ່ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ ໃນນັ້ນ ມີການຮ່ວມມືໃນຂົງເຂດປ້ອງກັນຊາດ. ທ່ານນາງ Nirmala Sitharaman ໃຫ້ຮູ້ວ່າ: ອິນເດຍ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນການກໍ່ສ້າງພະນັກງານ, ອຸດສາຫະກຳປ້ອງກັນຊາດ ແລະ ການຄົ້ນຄວ້າຍຸດທະສາດ ./.

ຕອບກັບ

ຂ່າວ/ບົດ​ອື່ນ