ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​
​ຕ້ອນຮັບ​ທ່ານ​ນາຍົກ​ລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ

(vovworld) - ຕອນ​ບ່າຍ​ວັນ​ທີ 08/02 ຢູ່​ສຳນັກງານ​ປະທານ​ປະ​ເທດ ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກ​ລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ​​ເຂົ້າ​ຢ້ຽມ​ຂ່ຳນັບ​ເນື່ອງ​ໃນ​ໂອກາດ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 39 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ ນະ​ໂຍບາຍ​ສະ​​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ສະຫງວນ​ບຸລິມະສິດ​ສູງ​ໃຫ້​ແກ່ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ສຸດ​ຈິດ​ສຸດ​ໃຈ​ສະໜັບສະໜູນ​ຢ່າງ​ແຮງ ​ແລະ ຮອບດ້ານ​ໃຫ້​ພາລະກິດ​ປ່ຽນ​ໃໝ່, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຂອງ ລາວ. ຕີ​ລາຄາ​ສູງ​ໝາກຜົນ​ກອງ​ປະຊຸມ​ຄະນະ​ກຳມະການ​ລະ​ຫວ່າງ​ລັດຖະບານ​ຄັ້ງ​ທີ 39 ​ໂດຍ​ນາຍົກລັດຖະມົນຕີ 2 ປະ​ເທດ​ເປັນ​ປະທານ​ຮ່ວມ, ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ: ບັນ​ດາ​ເນື້ອ​ໃນ ​ແລະ ກຳນົດ​ທິດ ​ເຊິ່ງ 2 ຝ່າຍ​ໄດ້​ແລກປ່ຽນ​ມີ​ຄວາມ​ໝາຍ​ສຳຄັນ ຊ່ວຍ​​ຊຸກຍູ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ 2 ປະ​ເທດ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ. ທ່ານ​ປະທານ​ປະ​ເທດ​ປາດ​ຖະໜາ​ວ່າ 2 ຝ່າຍ​ຈະສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ​ຢ່າງ​ມີ​ປະສິດທິ​ຜົນ. ​ໃນ​ນັ້ນ ຄວນ​ສົ່ງ​ເສີມ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ 2 ປະ​ເທດ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ໂດຍ​ກົງ, ໜູນ​ຊ່ວຍ​ເຂດ​ຊາຍ​ແດນ.

        ສ່ວນ​ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ສະ​ແດງ​ຄວາມ​ຫວັງ​ວ່າ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສືບ​ຕໍ່​ເອົາ​ໃຈ​ໃສ່, ສະໜັບສະໜູນ ​ເພື່ອ​ໃຫ້ 2 ຝ່າຍ​ຈັດ​ຕັ້ງ​ບັນດາ​ເຫດການ​ນີ້​ເປັນ​ຢ່າງ​ດີ. ທ່ານ​ນາຍົກລັດຖະມົນຕີ ສະ​ແດງ​ຄວາມ​ພາກພູມ​ໃຈ​ກ່ຽວ​ກັບ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ນັບ​ມື້​ນັບ​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ. ຜ່ານ​ນັ້ນ ປະກອບສ່ວນ​ສຳຄັນ​ເຂົ້າ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ແຕ່ລະ​ປະ​ເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ