ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບລັດຖະມົນຕີກະຊວງພະລັງງານ ອາແຊກໄບຢານ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບລັດຖະມົນຕີກະຊວງພະລັງງານ ອາແຊກໄບຢານ - ảnh 1
ທ່ານປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​
​ຕ້ອນຮັບ​ທ່ານ Natig Aga Olgu Aliyev

(vovworld) – ​ ຕອຍບ່າຍ​ວັນ​ທີ 18/01 ທີ່​ສຳນັກງານ​ປະທານ​ປະ​ເທດ ຫວຽດນາມ, ທ່ານປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Natig Aga Olgu Aliyev ​ລັດຖະມົນຕີກະຊວງ​ພະລັງງານ ອາ​ແຊກ​ໄບຢານ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ອາ​ແຊກ​ໄບຢານ ຄັ້ງປະຖົມມະ​ເລີກ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ ​ແລ​ະ ວິທະຍາສາດ - ​ເຕັກນິກ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊົມ​ເຊີຍ​ ທ່ານ​ລັດຖະມົນຕີ Natig Aga Olgu Aliyev ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່ 2017, ​ເປັນ​ປີທີ 2 ປະ​ເທດສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ ການ​ນຳ ຫວຽດນາມ ຍາ​ມ​ໃດ​ກໍ່​ສະໜັບສະໜູນ, ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ​ເພື່ອ​ໃຫ້ການ​ພົວພັນ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລ​ະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ວ່າ 2 ຝ່າຍ​ຕັ້ງໜ້າ​ຊຸກຍູ້​ເລື່ອງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ທີ່​ບັນລຸ​​ໄດ້, ພ້ອມ​ທັງ​ສ້າງ​ແຜນ​ການ​ຜັນ​ຂະຫຍາຍ​ໝາກຜົນ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ ​ແລະ ວິທະຍາສາດ - ​ເຕັກນິກ. ທ່ານ​ປະທານ​ປະ​ເທດ ​ໃຫ້​ຮູ້​ວ່າ ​ເພື່ອ​ຊຸກຍູ້​ວົງ​ເງິນ​ການ​ຄ້າ 2 ສົ້ນ, ຫວຽດນາມ ພ້ອມ​ແລ້ວ​ຈະ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ມີ​ທ່າ​ແຮງ​ໄປ​ຍັງ ອາ​ແຊກ​ໄປ​ຢານ​ຄື: ກະສິກຳ, ສິນ​ໃນ​ນ້ຳ, ສິນ​ທະ​ເລ, ບັນດາ​ຜະລິດ​ຕະພັນ​ເອ​ເລັກ​ໂຕ​ນິກ, ຄອມ​ພິວ​ເຕີ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ​ຂອງ ອາ​ແຊກ​ໄບຢານ ​ແຊກ​ຊຶມ​ເຂົ້າ​ຕະຫລາດ ຫວຽດນາມ.​

ຂ່າວ/ບົດ​ອື່ນ