ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ການາດາ ແລະ ແບນຊິກ

(VOVWORLD) - ວັນທີ 26 ກໍລະກົດ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ

ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ Ping Kitnikone ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບ ການາດາ ຕາມທິດມີປະສິດທິຜົນ, ແທດຈິງ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ການາດາ ແລະ ແບນຊິກ - ảnh 1 ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ Ping Kitnikone

        ທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍ່ຖືວ່າ: 2 ປະເທດຄວນສືບຕໍ່ສົມທົບກັນຢູ່ບັນດາເວທີປາໄສ ແລະ ກົນໄກສຳຄັນຫລາຍຝ່າຍຄື: ສະຫະປະຊາຊາດ, APEC, ການຮ່ວມມືກັບ ອາຊຽນ, ອົງການຝຣັ່ງໂກໂຟນີສາກົນ; ການຮ່ວມມືໃນຂອບເຂດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP)…

        ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດລາຊະອານາຈັກ ແບນຊິກ ປະຈຳ ຫວຽດນາມ Jehanne Roccas ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ແບນຊິກ ໃນການເພີ່ມທະວີສາຍພົວພັນມິດຕະພາບການຮ່ວມມື, ຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ ຫວຽດນາມ ແລະ ແບນຊິກ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ການາດາ ແລະ ແບນຊິກ - ảnh 2 ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດລາຊະອານາຈັກ ແບນຊິກ ປະຈຳ ຫວຽດນາມ Jehanne Roccas

        ທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍ່ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ ແບນຊິກ ຢູ່ບັນດາເວທີປາໄສຫລາຍຝ່າຍ ແລະ ສາກົນ; ພ້ອມທັງອວຍພອນໃຫ້ລາຊະອານາຈັກ ແບນຊິກ ຈັດຕັ້ງກອງປະຊຸມສຸດຍອດ ASEM 12 ໃນເດືອນ ຕຸລາ ຈະມາເຖິງປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ