ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດຈີນ ເຂົ້າຢ້ຽມອຳລາ

(VOVWORLD) - ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ເລື່ອງປັບປຸງ ແລະ ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຢ່າງບໍ່ຢຸດຢັ້ງ, ການຮ່ວມມືຮອບດ້ານ ຫວຽດນາມ - ຈີນ ພັດທະນາສະຖຽນລະພາບ
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດຈີນ ເຂົ້າຢ້ຽມອຳລາ - ảnh 1ທ່ານ ໂຄ໋ງແຊວຢູ້ງ, ເອກອັກຄະລັດຖະທູດ ຈີນ ແລະ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ

ຕອນເຊົ້າວັນທີ 7 ກຸມພາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ ໂຄ໋ງແຊວຢູ້ງ, ເອກອັກຄະລັດຖະທູດ ຈີນ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ເລື່ອງປັບປຸງ ແລະ ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຢ່າງບໍ່ຢຸດຢັ້ງ, ການຮ່ວມມືຮອບດ້ານ ຫວຽດນາມ - ຈີນ ພັດທະນາສະຖຽນລະພາບ, ປອດໃສ ແລະ ນັບມື້ນັບດີງາມ ທັງເປັນຄວາມຮັບຜິດຊອບ, ທັງເປັນຄວາມຮຽກຮ້ອງຕ້ອງການພາວະວິໄສ, ເໝາະສົມກັບຜົນປະໂຫຍດພື້ນຖານ, ຍາວນານຂອງປະຊາຊົນ 2 ປະເທດ, ມີຜົນປະໂຫຍດຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ. ນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ການເລືອກເຟັ້ນຍຸດທະສາດຂອງ ຫວຽດນາມ.

        ດ້ວຍຈິດໃຈນັ້ນ, ທ່ານປະທານປະເທດ ສະເໜີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ຮັກສາການແລກປ່ຽນ, ພົບປະຂັ້ນສູງ; ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດ, ກໍ່ຄືຮ່ວມມືໃນຂົງເຂດຕ່າງໆ. ພ້ອມກັນນັ້ນ, ກໍ່ຢຶດໝັ້ນການແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ຮັກສາສັນຕິພາບ, ສະຖຽນລະພາບຍາວນານບົນທະເລ, ສ້າງເງື່ອນໄຂຮັກສາທ່າພັດທະນາທີ່ປອດໃສຂອງການພົວພັນ 2 ປະເທດ ແລະ ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ