ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ແຂວງ ກອນຕູມ

(VOVWORLD) - ໂດຍສືບຕໍໍ່ການປະຕິບັດງານຢູ່ ໄຕງວຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2018).
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ແຂວງ ກອນຕູມ - ảnh 1 ທ່ານ ເຈີ່ນດ້າຍກວາງ ໄຢ້ຽມຢາມ, ອວຍພອນປີໃໝ່ບັນດາພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ເຣີເກີຍ

ວັນທີ 02 ກຸມພາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ຄະນະປະຕິບັດງານສູນກາງໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ອວຍພອນບຸນປີໃໝ່ຢູ່ແຂວງ ກອນຕູມ.

        ຕອນເຊົ້າວັນທີ 02 ກຸມພາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ບັນດາພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ເຣີເກີຍ - ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກອນຕູມ. ນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນໄດ້ປະຕິບັດໜ້າທີ່ການເມືອງຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຊາຍແດນຢ່າງໝັ້ນຄົງເປັນຢ່າງດີ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ແຂວງ ກອນຕູມ - ảnh 2ທ່ານ ເຈີ່ນດ້າຍກວາງ  ຢ້ຽມຢາມ, ອວຍພອນປີໃໝ່ປະຊາຊົນບັນດາເຜົ່າຢູ່ຕາແສງ ເຣີເກີຍ

         ແລະກໍ່ໃນວັນດຽວກັນ, ເມື່ອມາຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ຕາແສງ ເຣີເກີຍ, ເມືອງ ຊາໄທ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະແດງຄວາມເບີກບານມ່ວນຊື່ນເມື່ອໄດ້ເຫັນວ່າ ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍ່ຕາມ ແຕ່ດ້ວຍຄວາມຕັດສິນໃຈຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຕາແສງ ເຣີເກີຍ ໃນໄລຍະຜ່ານມາ ຕາແສງ ເຣີເກີຍ ບັນລຸໄດ້ບັນດາຜົນງານທີ່ເປັນໜ້າຊື່ນຊົມ.

 

ຕອບກັບ

ຂ່າວ/ບົດ​ອື່ນ