ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮຶງອຽນ

(VOVWORLD) - ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ ຮຶງອຽນ ໃນຕອນບ່າຍວັນທີ 27 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ຖືວ່າ:
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮຶງອຽນ - ảnh 1 ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢ້ຽມຢາມຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ

ແຂວງ ຮຶງອຽນ ແມ່ນແຂວງທີ່ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ແລະ ມີທ່າໄດ້ປຽບຢ່າງໃຫຍ່ຫລວງ, ສະນັ້ນ ທາງແຂວງຄວນມີຄວາມຕັດສິນໃຈ, ມາດຕະການລະອຽດເພື່ອກໍ່ສ້າງ, ພັດທະນາໃຫ້ກາຍເປັນແຂວງຮັ່ງມີເຂັ້ມແຂງ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ຮຽກຮ້ອງໃຫ້ແຂວງ ຮຶງອຽນ ກຳນົດແຈ້ງເປົ້າໝາຍບຸລິມະສິດໃນນະໂຍບາຍການພັດທະນາເສດຖະກິດ ພ້ອມທັງຄວນມີຄວາມຕັດສິນໃຈດ້ານການເມືອງ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງເພື່ອພັດທະນາວິສາຫະກິດຢ່າງແຮງ. ພ້ອນກັນນັ້ນ, ແຂວງຄວນຍູ້ໄວການປະຕິຮູບດ້ານບໍລິຫານ, ເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງຂອງອຳນາດການປົກຄອງທ້ອງຖິ່ນໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ