ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ຢ້ຽມຢາມທາງລັດຖະກິດເຖິງ ຍີ່ປຸ່ນ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງລັດ ຍີ່ປຸ່ນ, ວັນທີ 29 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາໄດ້ອອກຈາກນະຄອນຫລວງ ຮ່າໂນ້ຍ, ເດີນທາງໄປຢ້ຽມຢາມທາງລັດຖະກິດເຖິງ ຍີ່ປຸ່ນ ແຕ່ວັນທີ 29 ພຶດສະພາ ຫາວັນທີ 02 ມິຖຸນາ.

ປີ 2018, ຫວຽດນາມ ແລະ ຍີ່ປຸ່ນ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ການຢ້ຽມຢາມທາງລັດຖະກິດເຖິງ ຍີ່ປຸ່ນ ຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ໄດ້ຢືນຢັນວ່າ: ຫວຽດນາມ ຢຶດໝັ້ນແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍຫລາຍແບບ; ເພີ່ມທະວີການພົວພັນໃກ້ຊິດສະໜິດສະໜົມ ແລະ ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງການນຳຂັ້ນສູງ 2 ປະເທດ, ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງ ຫວຽດນາມ ແລະ  ຍີ່ປຸ່ນ - ຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ ກ່ວາອີກ. ການພົວພັນລະຫວ່າງ ຫວຽດນາມ ແລະ  ຍີ່ປຸ່ນ ພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ, ມີຄວາມໄວ້ເນື້ອເຊື່ອໃຈສູງ. ການນຳຂັ້ນສູງ ຫວຽດນາມ ແລະ ຍີ່ປຸ່ນ ຮັກສາບັນດາການຢ້ຽມຢາມ ແລະ ການພົບປະຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນເປັນປະຈຳ; ຜັນຂະຫຍາຍບັນດາກົນໄກຮ່ວມມືສຳຄັນ; ຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສຫລາຍຝ່າຍຄື: ສະຫະປະຊາຊາດ, ອາຊຽນ, APEC, ASEM…ຍີ່ປຸ່ນ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ