ທ່ານປະທານປະເທດ ເຈືອງເຕີນຊາງ ຍ້ອງຍໍ ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງ Olympic ເລກຄະນິດ

ທ່ານປະທານປະເທດ ເຈືອງເຕີນຊາງ ຍ້ອງຍໍ ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງ Olympic ເລກຄະນິດ - ảnh 1
ຄະນະ​ນັກຮຽນ​ຫວຽດນາມ ເຂົ້າ​ຮ່ວມ​ການ​ສອບເສັງ
Olympic ​ເລກຄະນິດສາກົນ 2013
(ພາບ: truongtansang.net)


(vovworld) - ຄະນະ​ນັກຮຽນ​ຫວຽດນາມ ເຂົ້າ​ຮ່ວມ​ການ​ສອບເສັງ Olympic ​ເລກຄະນິດສາກົນ 2013 ໄດ້ຮັບຜົນ​ງານ​ສູງ ດ້ວຍ​ 3 ຫຼຽນ​ຄຳ ​ແລະ 3 ຫຼຽນ​ເງິນ, ຖືກ​ຈັດ​ອັນ​ດັບ​ທີ 7. ​ເນ​ື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້ຟາກ​ຈົດໝາຍ​ຍ້ອງ​ຍໍ​ບັນດາ​ນັກຮຽນ. ​ໃນ​ຈົດໝາຍ, ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ບັນດາ​ຜົນງານ​ຂອງ​ນັກຮຽນ​ຫວຽດນາມ ​ໃນ​ການ​​ສອບເສັງ​ສາກົນ​ຄັ້ງ​ຕ່າງໆ​ໄດ້​ສະ​ແດງ​​ໃຫ້​ເຫັນ​ພູມ​ປັນຍາຈິນຕະນາ​ການ​ຂອງ​ຊາດ​ຫວຽດນາມ, ​​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈແກ່ນ​ສານ​ເພື່ອ​ນຳ​ຫວຽດນາມ ​ບືນຕົວ​ຂຶ້ນ​ທຽບ​ທັນກັບ​ບັນດາປະ​ເທດ​ມະຫາ​ອຳນາດ​ຢູ່​ໃນ​ໂລກ​ຢ່າງ​ຈະ​ແຈ້ງ. ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ, ​ລຸ້ນນັກຮຽນ​ຫວຽດນາມ ​ລຸ້ນຕ່າງໆຈະເສີມ​ຂະຫຍາຍ​ມູນ​ເຊື້ອມັກຮຽນ​ຂອງ​ຊາດ​ກວ່າ​ອີກ, ຮູ້​ຂຸດ​ຄົ້ນ​ພູມ​ປັນຍາ​ຂອງມະນຸດ, ​ເພີ່ມ​ກຳລັງ​ຄວາມ​ສາມາດພູມ​ປັນຍາ​ຂອງ​ຕົນ​ເພື່ອ​ສືບທອດ​ບັນດາ​ລຸ່ນພໍ​ລຸ່ນ​ອ້າຍ, ປະຕິບັດ​ການ​ຫັນ​ປະ​ເທດ​ຊາດ​ເປັນປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຢ່າງ​ມີ​ໄຊ, ສ້າງສາ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ, ສວຍ​ງາມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ.
ຂ່າວ/ບົດ​ອື່ນ