ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງລະບົບການເມືອງຂັ້ນຮາກຖານ

ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງລະບົບການເມືອງຂັ້ນຮາກຖານ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ເຮັດ​ວຽກ​ຢູ່​ຕາ​ແສງ ​ອາ​ນຫາຍ​ບັກ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 08/01, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຄະນະ​ຊີ້​ນຳ​ການສ້າງ​ແຜນ​ຮ່າງ “ສື​ບຕໍ່​ປ່ຽນ​ໃໝ່, ປັບປຸງ​ລະບົບ​ການ​ເມືອງ​ຈາກ​ຂັ້ນ​ສູນ​ກາງ ລົງ​ຮອດ​ຂັ້ນ​ຮາກ​ຖານ” ​ໄດ້ລົງ​ເຮັດ​ວຽກ​ຢູ່​ຕາ​ແສງ ​ອາ​ນຫາຍ​ບັກ, ​ເມືອງ ​ເຊີນ​ຈ່າ, ນະຄອນ​ດາ​ນັ້ງ, ​ເພື່ອກວດກາ​ສະພາບ​ການ​ປະຕິບັດ​ມະຕິ​ສູນ​ກາງທີ 5, ຊຸດ​ທີ 9 ກ່ຽວ​ກັບ “ການປ່ຽນ​ໃໝ່ ​ແລະ ຍົກ​ສູງ​ຄຸນ​ນະພາ​ບລະບົບ​ການ​ເມືອງ​ຂັ້ນ​ຮາກ​ຖານ, ຕາແສງ, ​ເທດສະບາ​ງນ”. ຕາມ​ບົດ​ລາຍ​ງານ​ຂອງ​ການ​ນຳ​ທ້ອງ​ຖິ່ນ​ແລ້ວ; ຜ່ານ​ 3 ປີ​ແຫ່ງ​ການ​ປະຕິບັດ​ທົດ​ລອງ​ ບໍ່​ຈັດ​ຕັ້ງ​ສະພາ​ປະຊາຊົນຂັ້ນ​ຕາ​ແສງ ຢູ່​ຕາ​ແສງ​ອານ​ຫາຍ​ບັກ, ລະບົບ​ການ​ເມືອງ​ຢູ່​ທ້ອງ​ຖິ່ນ​​ກະທັດ​ລັດ​ກວ່າ, ວຽກ​ງານ​ຄຸ້ມ​ຄອງ, ບໍລິຫານການ​ພັດທະນາ​ເສດຖະກິດ​ສົງ​ຄົມ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຍັງ​ທະລຸ​ລ່ວງ, ​ເປັນ​ເຈົ້າ​ການ​ກວ່າ. ​ແນວ​ໂຮມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ໄດ້​ຫັນປ່ຽນ​ດ້ານ​ເນື້ອ​ໃນ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ເທື່ອ​ລະ​ກ້າວ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ປະຕິບັດມະຕິ​ສູນ​ກາງ​ທີ 5 ຊຸດ​ທີ 9 ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ ​ແລະ ຂອງ​ຕາ​ແສງ ອານ​ຫານ​ບັກ, ​ເມືອງ ​ເຊີນ​ຈ່າ, ນະຄອນ​ດາ​ນັ້ງ ​ເວົ້າ​ສະ​ເພາະ. ທ່ານ​ປະທານ​ປະ​ເທດ​ໄດ້​ເນັ້ນ​ໜັກ​​ວ່າ ການ​ປະຕິບັດມະຕິ​ສູນ​ກາງ​ທີ 5 ​ໄດ້​ຊ່ວຍ​ປັບປຸງ​ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ, ລັດຖະ​ກອນເທື່ອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ